ໂລກລະບາດ​ໂຄ​ວິດ - 19: ຄົ້ນຄວ້າ​ ​ແລະ ປະດິດສ້າງ​ສໍາ​ເລັດ​ ຫຸ​້ນຍົນ​ຂົນ​ສົ່ງເຄື່ອງ​​ໃນບັນດາ​ເຂດ​ແຍກ​ຕົວ​ທີ່​ມີ​ຄວາມ​ສ່ຽງຕິດ​ແປ​ດສູງ

(VOVWORLD) -ຜ່ານການຄິດໄລ່ໃນເບື້ອງຕົ້ນ, ຫຸ້ນຍົນແຕ່ລະເຄື່ອງ ສາມາດເຮັດວຽກແທນໃຫ້ພະນັກງານການແພດ ແຕ່ 3 – 5 ຄົນ. 
ໂລກລະບາດ​ໂຄ​ວິດ - 19: ຄົ້ນຄວ້າ​ ​ແລະ ປະດິດສ້າງ​ສໍາ​ເລັດ​ ຫຸ​້ນຍົນ​ຂົນ​ສົ່ງເຄື່ອງ​​ໃນບັນດາ​ເຂດ​ແຍກ​ຕົວ​ທີ່​ມີ​ຄວາມ​ສ່ຽງຕິດ​ແປ​ດສູງ - ảnh 1ຫຸ້ນຍົນຂົນສົ່ງເຄື່ອງໃນເຂດແຍກຕົວທີ່ມີຄວາມສ່ຽງຕິດແປດສູງ Vibot-1a (ພາບ: congthuong.vn) 

ວັນທີ 7 ເມສາ, ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ໄດ້ຕີລາຄາໄລຍະ 1 ຂອງການຄົ້ນຄວ້າ, ປະດິດສ້າງຫຸ້ນຍົນຂົນສົ່ງເຄື່ອງໃນເຂດແຍກຕົວທີ່ມີຄວາມສ່ຽງຕິດແປດສູງ (Vibot-1a) ດ້ວຍຄວາມເຫັນດີຂອງສະມາຊິກ 100% ຕົກລົງໃຫ້ຮັບຮອງເອົາ ແລະ ສະເໜີກະຊວງສາທາລະນະສຸກ ພິຈາລະນາ, ອະນຸຍາດໃຫ້ນໍາໃຊ້ໃນບັນດາສະຖານທີ່ແຍກຕົວ. ທ່ານຮອງສາດສະດາຈານ, ປະລິນຍາເອກ, ພັນເອກ ຕັງກວັກນາມ ສັງກັດວິທະຍາຄານເຕັກນິກການທະຫານ ເຊິ່ງເປັນຫົວໜ້າຄະນະປະຕິບັດໂຄງການດ່ັງກ່າວ ໃຫ້ຮູ້ວ່າ: ພຽງໃນ 2 ອາທິດ, ຫຸ້ນຍົນ Vibot-1a ໄດ້ຮັບການປະດິດສ້າງຂຶ້ນ ແລະ ສາມາດປະຕິບັດໜ້າທີ່ແບບອັດຕະໂນມັດໄດ້ຢ່າງຊໍານິຊໍານານ ແລະ ຂະຫຍັນຂັນເຄື່ອນ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການສະເພາະຂອງແຕ່ລະເຂດແຍກຕົວ, ເຊິ່ງສາມາດຂົນສົ່ງສິນຄ້າຫຼາຍປະເພດທີ່ແຕກຕ່າງກັນທີ່ມີນໍ້າໜັກເຖິງ 100 kg. ຜ່ານການຄິດໄລ່ໃນເບື້ອງຕົ້ນ, ຫຸ້ນຍົນແຕ່ລະເຄື່ອງ ສາມາດເຮັດວຽກແທນໃຫ້ພະນັກງານການແພດ ແຕ່ 3 – 5 ຄົນ. ນອກຈາກການຫຼຸດຜ່ອນຄວາມສ່ຽງຕິດເຊື້ອສູ່ກັນແລ້ວ, ເລື່ອງນໍາໃຊ້ຫຸ້ນຍົນ ຍັງສ້າງເງື່ອນໄຂເພື່ອໃຫ້ພະນັກງານ, ພະຍາບານໄດ້ສະຫລະເວລາເຫື່ອແຮງສຸມໃສ່ການປິ່ນປົວ, ເບິ່ງແຍງດູແລຄົນເຈັບໄດ້ເປັນຢ່າງດີກວ່າ ອີກດ້ວຍ.


 

 

ຕອບກັບ

ຂ່າວ/ບົດ​ອື່ນ