ໂລກ​ລະ​ບາດ​ໂຄວິດ - 19: ຈຳ​ນວນ​ເດັກ​ນ້ອຍ ອາ​ເມ​ລິ​ກາ ​ຕິດ​ເຊື້ອ​ໂຄວິດ - 19 ໄດ້ເພີ່ມ​ຂຶ້ນ​ສູງ​ລະ​ດັບ​ສະ​ຖິ​ຕິ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 26 ສິງຫາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 214 ລ້ານຄົນ ແລະ ມີກວ່າ 4,47 ລ້ານຄົນເສຍຊີວິດ.
ໂລກ​ລະ​ບາດ​ໂຄວິດ - 19: ຈຳ​ນວນ​ເດັກ​ນ້ອຍ ອາ​ເມ​ລິ​ກາ ​ຕິດ​ເຊື້ອ​ໂຄວິດ - 19 ໄດ້ເພີ່ມ​ຂຶ້ນ​ສູງ​ລະ​ດັບ​ສະ​ຖິ​ຕິ - ảnh 1(ພາບ: AFP/TTXVN)

ຢູ່ ອາເມລິກາ - ເຊິ່ງເປັນປະເທດທີ່ຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດ, ຈຳນວນເດັກນ້ອຍຕິດເຊື້ອພະຍາດໂຄວິດ - 19 ພວມເພີ່ມຂຶ້ນລະດັບສະຖິຕິໂດຍບໍ່ເຄີຍມີມາກ່ອນ. ໄລ່ຮອດວັນທີ 19 ສິງຫາ, ປະເທດນີ້ ມີເດັກນ້ອຍກວ່າ 4,6 ລ້ານຄົນ ມີຜົນກວດເປັນບວກກັບເຊື້ອໄວຣັດ SARS – CoV – 2. ສະເພາະໃນອາທິດຜ່ານມາ, ອາເມລິກາ ຜູ້ເດັກນ້ອຍຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 180.000 ຄົນ, ເພີ່ມຂຶ້ນທົບ 4 ເທົ່າ ເມື່ອທຽບໃສ່ອາທິດທີ 3 ຂອງເດືອນກໍລະກົດ. ເຖິງຢ່າງໃດກໍຕາມ, ມາຮອດປັດຈຸບັນ,  ເບິ່ງຄືວ່າ ຈຳນວນເດັກນ້ອຍຕິດເຊື້ອເກືອບທັງໝົດແມ່ນບໍ່ມີອາການເຈັບໜັກ. ມາຮອດປັດຈຸບັນ, ໃນທົ່ວປະເທດ ອາເມລິກາ, ມີຜູ້ຕິດເຊື້ອລວມທັງໝົດກວ່າ 39 ລ້ານຄົນ, ເຊິ່ງເປັນປະເທດມີຈຳນວນຜູ້ຕິດເຊື້ອສູງທີ່ສຸດໃນໂລກ, ໃນນັ້ນ ມີເກືອບ 650.000 ຄົນເສຍຊີວິດ. 

ແຫຼ່ງຂ່າວໃນຕອນຄ່ຳວັນທີ 26 ສິງຫາ ຈາກກະຊວງສາທາບລະນະສຸກຫວຽດນາມ ໃຫ້ຮູ້ວ່າ: ໄລ່ຮອດເວລາ 18 ໂມງຂອງວັນທີ 26 ສິງຫາ ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດແມ່ນ 392.938 ຄົນ, ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 188.488 ຄົນ.




ຕອບກັບ

ຂ່າວ/ບົດ​ອື່ນ