ໂລກ​ລະ​ບາດ​ໂຄວິດ - 19 ຊຸກ​ຍູ້​ວິ​ວັດ​ການ​ຫັນ​ປ່ຽນ, ປ່ຽນ​ແປງ​ໃໝ່ ໄປ​ຍັງ​ອາ​ຊີ

(VOVWORLD) -ປີນີ້, ຫວຽດນາມ ຢືນຢູ່ອັນດັບທີ 44 ໃນຈຳນວນ 132 ປະເທດ, ຫຼຸດລົງ 2 ອັນດັບເມື່ອທຽບໃສ່ກັບປີ 2020. ເຖິງຢ່າງໃດກໍຕາມ, ຫວຽດນາມ ແມ່ນໜຶ່ງໃນ 4 ປະເທດທີ່ມີລາຍຮັບປານກາງ ໄດ້ WIPO ຕີລາຄາວ່າ ພວມນຳທັນທ່າເພີ່ມດັດສະນີ ປ່ຽນແປງໃໝ່ປະດິດຄິດສ້າງ ຂອງໂລກ.
ໂລກ​ລະ​ບາດ​ໂຄວິດ - 19 ຊຸກ​ຍູ້​ວິ​ວັດ​ການ​ຫັນ​ປ່ຽນ, ປ່ຽນ​ແປງ​ໃໝ່ ໄປ​ຍັງ​ອາ​ຊີ - ảnh 1ກຳມະກອນເຮັດວຽກ ຢູ່ໂຮງງານຜະລິດໂອໂຕ ຢູ່ ສ.ເກົາຫຼີ (ພາບ: AFP/TTXVN)

ຂໍ້ມູນຈັດອັນດັບທົ່ວໂລກ ຂອງ ສປຊ ໄດ້ປະກາດໃນວັນທີ 20 ກັນຍາ ທີ່ສະແດງໃຫ້ເຫັນວ່າ ໂລກລະບາດໂຄວິດ - 19 ໄດ້ຍູ້ໄວວິວັດການຫັນປ່ຽນ, ປ່ຽນແປງໃໝ່ ຈາມ ເອີລົບ ແລະ ທະວີບອາເມລິກາເໜືອ ໄປຍັງ ອາຊີ. ດັດສະນີ ປ່ຽນແປງໃໝ່ປະດິດສ້າງ ທົ່ວໂລກປີ 2021 ຂອງອົງການຈັດຕັ້ງ ຊັບສິນທາງປັນຍາ ທົ່ວໂລກ (WIPO) ຂຶ້ນກັບ ສປຊ ສະແດງໃຫ້ເຫັນວ່າ ສ.ເກົາຫຼີ ແລະ ຈີນ ລືນອັນດັບຢ່າງກະໂດດຂັ້ນ.

ປີນີ້, ຫວຽດນາມ ຢືນຢູ່ອັນດັບທີ 44 ໃນຈຳນວນ 132 ປະເທດ, ຫຼຸດລົງ 2 ອັນດັບເມື່ອທຽບໃສ່ກັບປີ 2020. ເຖິງຢ່າງໃດກໍຕາມ, ຫວຽດນາມ ແມ່ນໜຶ່ງໃນ 4 ປະເທດທີ່ມີລາຍຮັບປານກາງ ໄດ້ WIPO ຕີລາຄາວ່າ ພວມນຳທັນທ່າເພີ່ມດັດສະນີ ປ່ຽນແປງໃໝ່ປະດິດຄິດສ້າງ ຂອງໂລກ. ດັດສະນີຂອງ WIPO ສະແດງໃຫ້ເຫັນວ່າ ບັນດາປະເທດ ແລະ ວິສາຫະກິດ ຍັງສືບຕໍ່ເພີ່ມທະວີການລົງທຶນ ແລະ ປ່ຽນແປງໃໝ່, ໂດຍບໍ່ຫົວຊາຕໍ່ວິກິດການຂອງໂລກລະບາດໂຄວິດ - 19, ເພື່ອແນໃສ່ກະຕຸກຊຸກຍູ້ການເຕີບໂຕເສດຖະກິດໄລຍະຫຼັງໂລກລະບາດ. ທ່ານ Daren Tang ຜູ້ອຳນວຍການ WIPO ໄດ້ໃຫ້ຂໍ້ສັງເກດວ່າ ຫຼາຍຂົງເຂດໄດ້ສະແດງໃຫ້ເຫັນກຳລັງຄວາມສາມາດໃນການຟື້ນຟູຫຼາຍບໍສົມຄວນ, ພິເສດ ແມ່ນໃນບັນດາຂົງເຂດໄດ້ດຳເນີນການຫັນເປັນດີຈີຕອນ, ນຳໃຊ້ເຕັກໂນໂລຢີທີ່ກ້າວໜ້າ ແລະ ປ່ຽນແປ່ງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ