ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ຜັນ​ແປ​ຢ່າງ​ສັບ​ສົນ​ໃນ​ຂອບ​ເຂດ​ທົ່ວ​ໂລກ

(VOVWORLD) -ວັນທີ 15 ມັງກອນ, ໜັງສືພິມ Newsweek ຂອງອາເມລິກາໄດ້ໃຫ້ຂ່າວວ່າ ນັກວິທະຍາສາດສາມາດກຳນົດສາຍພັນໃໝ່ຂອງໄວຣັດ   SARS – CoV -2   ໄດ້ແລ້ວ ໂດຍມີຊື່ເອີ້ນວ່າ 20C – US ແລະ ມັນສາມາດແຜ່ລະບາດໄວກ່ວາ ແຕ່ບໍ່ເປັນອັນຕະລາຍປານໃດ.

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 2 ໂມງຂອງວັນທີ 16 ມັງກອນ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດ ກ່ວາ 94 ລ້ານຄົນ, ໃນນັ້ນ ມີ ຜູ້ເສຍຊີວິດ ກ່ວາ 2ລ້ານຄົນ. ອາເມລິກາຍັງແມ່ນປະເທດໄດ້ຮັບຜົນສະທ້ອນຫຼາຍກ່ວາໝູ່, ຖັດຈາກນັ້ນແມ່ນອິນເດຍ ແລະ ບຣາຊິນ.

ມາຮອດປັດຈຸບັນ, ໄວຣັດ SARS – CoV -2  ໄດ້ແຜ່ລະບາດໃນທົ່ວໂລກ ແລະ ໄດ້ເກີດມີສາຍພັນໃໝ່. ວັນທີ 15 ມັງກອນ, ໜັງສືພິມ Newsweek ຂອງອາເມລິກາໄດ້ໃຫ້ຂ່າວວ່າ ນັກວິທະຍາສາດສາມາດກຳນົດສາຍພັນໃໝ່ຂອງໄວຣັດ   SARS – CoV -2   ໄດ້ແລ້ວ ໂດຍມີຊື່ເອີ້ນວ່າ 20C – US ແລະ ມັນສາມາດແຜ່ລະບາດໄວກ່ວາ ແຕ່ບໍ່ເປັນອັນຕະລາຍປານໃດ.

ຕອບກັບ

ຂ່າວ/ບົດ​ອື່ນ