ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ໃນ​ທົ່ວ​ໂລກ

(VOVWORLD) -ໃນຕອນເຊົ້າວັນທີ 10 ກໍລະກົດ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງຂອງວັນທີ 9 ກໍລະກົດ ມາຮອດເວລາ 6 ໂມງຂອງວັນທີ 10 ກໍລະກົດ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 598 ຄົນ ຢູ່ 14 ແຂວງ, ນະຄອນໃນທົ່ວປະເທດ
ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ໃນ​ທົ່ວ​ໂລກ - ảnh 1ພາບປະກອບ:TTXVN

ຕາມເວັບໄຊສະຖິຕິ worldometer.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 10 ກໍລະກົດ ຕາມເວລາ UTC, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 186 ລ້ານ 800.000 ຄົນ, ໃນນັ້ນມີ ຜູ້ເສຍຊີວິດເກືອບ 4.035.000 ຄົນ.

ສ່ວນຢູ່ ຫວຽດນາມ, ໃນຕອນເຊົ້າວັນທີ 10 ກໍລະກົດ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງຂອງວັນທີ 9 ກໍລະກົດ ມາຮອດເວລາ 6 ໂມງຂອງວັນທີ 10 ກໍລະກົດ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 598 ຄົນ ຢູ່ 14 ແຂວງ, ນະຄອນໃນທົ່ວປະເທດ, ໃນນັ້ນ ນະຄອນ ໂຮ່ຈີມິນ ຍັງແມ່ນທ້ອງຖິ່ນທີ່ມີຜູ້ຕິດເຊື້ອຫຼາຍທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອ 520 ຄົນ. ດັ່ງນັ້ນ, ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 26.608 ຄົນ, ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 8.984 ຄົນ ແລະ ມີຜູ້ເສຍຊີວິດ 110 ຄົນ. 

ຕອບກັບ

ຂ່າວ/ບົດ​ອື່ນ