ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ສືບ​ຕໍ່​ແຜ່​ລາມ​ຢ່າງ​ແຮງ

(VOVWORLD) -ໄລ່ຮອດເວລາ 1 ໂມງຂອງວັນທີ 24 ທັນວາ (ຕາມເວລາ UTC), ທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດກວ່າ 79 ລ້ານຄົນ. 
ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ສືບ​ຕໍ່​ແຜ່​ລາມ​ຢ່າງ​ແຮງ - ảnh 1ພະນັກງານການແພດ ສ.ເກົາຫຼີ ເອົາຕົວຢ່າງກວດເຊື້ອໄວຣັດ SARS – CoV – 2 (ພາບ: Yonhap/TTXVN)

 ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 24 ທັນວາ (ຕາມເວລາ UTC), ທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດກວ່າ 79 ລ້ານຄົນ, ໃນນັ້ນ ມີເກືອບ 1,74 ລ້ານຄົນເສຍຊີວິດ.

        ປະເທດໄດ້ຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ ຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດແມ່ນ 334.128 ໃນຈຳນວນຜູ້ຕິດເຊື້ອສະສົມແມ່ນ 18.910.544 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊີນ.

        ໃນການຜັນແປທີ່ກ່ຽວຂ້ອງ, ນັບແຕ່ ເມື່ອພາຍຫຼັງ ອັງກິດ ປະກາດການກວດພົບເຊື້ອໄວຣັດ SARS – CoV – 2 ກາຍພັນເປັນ VUI – 202012/01, ຫຼາຍກວ່າ 40 ປະເທດໃນໂລກ ໄດ້ອອກຄຳສັ່ງຫ້າມ ຫຼື ຈຳກັດການໄປມາກັບປະເທດນີ້ ເພື່ອແນໃສ່ສະກັດກັ້ນການກາຍພັນຂອງເຊື້ອໄວຣັດ ເຊິ່ງໄດ້ຮັບຖືວ່າ ເຮັດໃຫ້ໂລກລະບາດໂຄວິດ - 19 ແຜ່ລາມໄວກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ