ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ແມ່ນ​ບັນ​ຫາ​ສາ​ທາ​ລະ​ນະ​ສຸກ​ທີ່​ຮີບ​ດ່ວນ​ໃນ​ໂລກ

(VOVWORLD) -ເຖິງວ່າຈຳນວນຜູ້ຕິດເຊື້ອລາຍໃໝ່ ແລະ ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ສືບຕໍ່ຫຼຸດລົງກໍຕາມ, ແຕ່ວັນທີ 13 ເມສາ, ອົງການອະນາໄມໂລກ (WHO) ຍັງໄດ້ຢັ້ງຢືນວ່າ ໂຄວິດ - 19 ແມ່ນຄົງແມ່ນບັນຫາຮີບດ່ວນໃນທົ່ວໂລກ, ພ້ອມທັງສະເໜີແນະໃຫ້ບັນດາປະເທດ ຕ້ອງສືບຕໍ່ກຽມພ້ອມຮັບມືກັບໂລກລະບາດນີ້ຢ່າງວ່ອງໄວ ແລະ ໃນຂອບຂະໜາດໃຫຍ່. 
ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ແມ່ນ​ບັນ​ຫາ​ສາ​ທາ​ລະ​ນະ​ສຸກ​ທີ່​ຮີບ​ດ່ວນ​ໃນ​ໂລກ - ảnh 1ຢູ່ ຍີ່ປຸ່ນ (ພາບ: Kyodo/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 00 ນາທີ ຂອງວັນທີ 14 ເມສາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກວ່າ 501 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດ 6,21 ລ້ານຄົນ. ອາເມລິກາ ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ດ້ວຍຜູ້ຕິດເຊື້ອກວ່າ 82,1 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 1 ລ້ານຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

    ເຖິງວ່າຈຳນວນຜູ້ຕິດເຊື້ອລາຍໃໝ່ ແລະ ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ສືບຕໍ່ຫຼຸດລົງກໍຕາມ, ແຕ່ວັນທີ 13 ເມສາ, ອົງການອະນາໄມໂລກ (WHO) ຍັງໄດ້ຢັ້ງຢືນວ່າ ໂຄວິດ - 19 ແມ່ນຄົງແມ່ນບັນຫາຮີບດ່ວນໃນທົ່ວໂລກ, ພ້ອມທັງສະເໜີແນະໃຫ້ບັນດາປະເທດ ຕ້ອງສືບຕໍ່ກຽມພ້ອມຮັບມືກັບໂລກລະບາດນີ້ຢ່າງວ່ອງໄວ ແລະ ໃນຂອບຂະໜາດໃຫຍ່. ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ ອົງການ  WHO ໄດ້ສະແດງຄວາມວິຕົກກັງວົນເມື່ອບາງປະເທດຍັງມີຜູ້ຕິດເຊື້ອລາຍໃໝ່ເພີ່ມຂຶ້ນສູງ, ໃນຂະນະທີ່ການເຝົ້າລະວັງໂລກລະບາດມີແນວໂນ້ມຫຼຸດລົງ ຍ້ອນຫຼາຍປະເທດໄດ້ຢຸດຕິການກວດຫາເຊື້ອ ແລະ ທາມລາຍຂອງໄວຣັດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ