ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ຫວຽດ​ນາມ ໄດ້​ຮັບ​ການ​ຄວບ​ຄຸມ​ໂດຍ​ພື້ນ​ຖານ

(VOVWORLD) - ຕອນບ່າຍວັນທີ 27 ສິງຫາ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ຄະນະປະຈຳລັດຖະບານຫວຽດນາມ ໄດ້ຈັດກອງປະຊຸມກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.
ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ຫວຽດ​ນາມ ໄດ້​ຮັບ​ການ​ຄວບ​ຄຸມ​ໂດຍ​ພື້ນ​ຖານ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຕີລາຄາສູງຕໍ່ການເຂົ້າຮ່ວມຂອງບັນດາທ້ອງຖິ່ນ ແລະ ຂະແໜງການສາທາລະນະສຸກໃນການຈຳກັດບໍລິເວນ, ຄົ້ນຫາປະຫວັດການສຳຜັດຂອງຜູ້ຕິດເຊື້ອ, ເພີ່ມທະວີການກວດວິໄຈຫາເຊື້ອຢ່າງຂ້ຽວຂາດ ແລະ ສາມາດຄວບຄຸມສະພາບການໄດ້ເປັນຢ່າງດີໂດຍພື້ນຖານ. ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີວ່າການປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນ ຕ້ອງສືບຕໍ່ປະຕິບັດຢ່າງວ່ອງໄວ ແລະ ຂ້ຽວຂາດ. ພ້ອມກັນນັ້ນ ແມ່ນປະຕິບັດເປົ້າໝາຍຄວບຄູ່ໃຫ້ເປັນຢ່າງດີ, ໜູນຊ່ວຍການຜະລິດ, ການສົ່ງອອກ, ສ້າງວຽກເຮັດງານທຳ, ສ້າງລາຍຮັບ, ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ແລະ ສະພາບເປັນປົກກະຕິໃນສັງຄົມ. ທ່ານນາຍົກລັດຖະມົນຕີ ກໍຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງ ຈົ່ງກວດກາຄືນໃໝ່ລະບຽບການເຂົ້າເມືອງສຳລັບນັກຊ່ຽວຊານ, ນັກລົງທຶນ ເຂົ້າມາຫວຽດນາມ ຕາມທິດກະທັດຣັດ, ໄວ, ສະດວກ, ກວດສຸຂະພາບຢ່າງເຂັ້ມງວດ.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງຄົມມະນາຄົມ - ຂົນສົ່ງ ແລະ ບັນດາອົງການມີໜ້າທີ່ຮັບຜິດຊອບ ສະເໜີເປີດສາຍການບິນການຄ້າໄປຍັງບັນດາປະເທດທີ່ມີຄວາມປອດໄພສູງຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ