ໂລກ​ລະ​ບາດ​ໂຄວິດ - 19 ລົບ​ລ້າງໝາກ​ຜົນ​ການ​ເຕີບ​ໂຕ​ຈຳ​ນວນ​ຜູ້​ໂດຍ​ສານ​ທົ່ວ​ໂລກ ໃນ 21 ປີ ຜ່ານ​ມາ

(VOVWORLD) -ເມື່ອທຽບໃສ່ປີ 2019, ຄາດວ່າ ຈຳນວນຜູ້ໂດຍສານປີນີ້ ຫຼຸດລົງ 67%.
ໂລກ​ລະ​ບາດ​ໂຄວິດ - 19 ລົບ​ລ້າງໝາກ​ຜົນ​ການ​ເຕີບ​ໂຕ​ຈຳ​ນວນ​ຜູ້​ໂດຍ​ສານ​ທົ່ວ​ໂລກ ໃນ 21 ປີ ຜ່ານ​ມາ - ảnh 1 ເຮືອບິນຂອງບໍລິສັດການບິນ Ryanair (ພາບ: TTXVN)

ວັນທີ 29 ທັນວາ, ບໍລິສັດໄຈ້ແຍກຂໍ້ມູນ Cirium ໄດ້ປະກາດບົດລາຍງານຕີລາຄາການເຄື່ອນໄຫວຂອງຂະແໜງການບິນທົ່ວໂລກໃນປີ 2020, ໃນນັ້ນ ໃຫ້ຮູ້ວ່າ ໂລກລະບາດໂຄວິດ - 19 ແລະ ຜົນຮ້າຍຢ້ອນຫຼັງຈາກໂລກລະບາດດັ່ງກ່າວ ໄດ້ລົບລ້າງໝາກຜົນການເຕີບໂຕຈຳນວນຜູ້ໂດຍສານທົ່ວໂລກໃນ 21 ປີ ຜ່ານມາ, ຕາມນັ້ນແລ້ວ, ໄດ້ເຮັດໃຫ້ຈຳນວນຜູ້ໂດຍສານໃນປີ 2020 ຫຼຸດລົງໃນລະດັບທີ່ໄດ້ຮັບຮອງເອົາໃນປີ 1999. ເມື່ອທຽບໃສ່ປີ 2019, ຄາດວ່າ ຈຳນວນຜູ້ໂດຍສານປີນີ້ ຫຼຸດລົງ 67%.

        ພ້ອມກັນນັ້ນ, ບົດລາຍງານຂອງ Cirium ກໍໄດ້ຍົກອອກບາງທ່າອ່ຽງຂອງຂະແໜງການບິນໂລກໃນປີ 2021, ໃນນັ້ນ ສິ່ງທີ່ໜ້າສົນໃຈແມ່ນ ຄວາມສາມາດໂຮມບັນດາບໍລິສັດການບິນເຂົ້າກັນ, ພິເສດແມ່ນຢູ່ ອາຊີ - ປາຊີຟິກ; ເຮືອບິນລຸ້ນໃໝ່ຄື Airbus A320 neo  ແລະ ການກັບຄືນສູ່ການເຄື່ອນໄຫວຂອງ ເຮືອບິນ Boeing 737 Max ຈະຫຼຸດຄ່າເຄື່ອນໄຫວລົງ; ຍູ້ແຮງການໝູນໃຊ້ເຕັກໂນໂລຢີພູມປັນຍາທຽມ AI ແລະ ການເຊົ່າເຮືອບິນ ຈະລືນກາຍລະດັບ 50%.


ຕອບກັບ

ຂ່າວ/ບົດ​ອື່ນ