ໂລກລະບາດໂຄວິດ 19 ສືບຕໍ່ຜັນແປໄປຢ່າງສັບສົນໃນໂລກ

(VOVWORLD) -ຢູ່ ນະຄອນຫລວງ ປັກກີ່ງ ໃນມື້ຫນຶ່ງ ນະຄອນນີ້ຢັ້ງຢືນກວດພົບ 36 ກໍລະນີຕິດເຊື້ອໂຄວິດ 19 ລາຍໃຫມ່

ໄລ່ຮອດຕອນເຊົ້າວັນທີ 14 ມິຖຸນາ, ໃນທົ່ວໂລກມີກວ່າ 431.000 ຄົນຖືກເສຍຊີວິດຍ້ອນໂຄວິດ 19 ໃນຈຳນວນກວ່າ 7,8 ລ້ານຄົນຖືກຕິດໄວຣັດ SARS-CoV-2. ສະພາບການໂລກລະບາດຢູ່ ອາເມລິກາໃຕ້ ຍັງບໍ່ທັນມີສັນຍານຫລຸດລົງເທື່ອ, ໃນຂະນະນັ້ນ ຈີນ ຢັ້ງຢືນມີຈຳນວນກໍລະນີຕິເຊື້ອໃຫມ່ຫລາຍສຸດນັບແຕ່ເດືອນເມສາ. ຢູ່ ນະຄອນຫລວງ ປັກກີ່ງ ໃນມື້ຫນຶ່ງ ນະຄອນນີ້ຢັ້ງຢືນກວດພົບ 36 ກໍລະນີຕິດເຊື້ອໃຫມ່. ນີ້ແມ່ນຕົວເລກເປັນຫນ້າວິຕົກກັງວົນ ພາຍຫລັງໄລຍະຍາວ ປັກກີ່ງ ບໍ່ກວດພົບຜູ້ຕິດເຊື້ອພາຍໃນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ