ໂລກ​ລະ​ບາດ​ໂຄວິດ - 19 ສື​ບ​ຕໍ່​ມີ​ທ່າ​ອ່​ຽງຫຼຸດ​ລົງ​ໃນ​ທົ່ວ​ໂລກ

(VOVWORLD) -ໄລ່ສະເພາະແຕ່ວັນທີ 08 ພຶດສະພາ, ທົ່ວໂລກມີ 70 ປະເທດ ແລະ ເຂດແຄວ້ນຢັ້ງຢັນຈຳນວນຜູ້ຕິດເຊື້ອໃໝ່ ແລະ 34 ປະເທດ ຢັ້ງຢືນມີຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດດັ່ງກ່າວຫຼຸດລົງຢ່າງແຮງ ເມື່ອທຽບໃສ່ໄລຍະກ່ອນນີ້ 2 – 3 ອາທິດ ແລະ ສືບຕໍ່ມີທ່າອ່ຽງຫຼຸດລົງໃນຂອບເຂດທົ່ວໂລກ.
ໂລກ​ລະ​ບາດ​ໂຄວິດ - 19 ສື​ບ​ຕໍ່​ມີ​ທ່າ​ອ່​ຽງຫຼຸດ​ລົງ​ໃນ​ທົ່ວ​ໂລກ - ảnh 1ການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ໂກລົມເບຍ (ພາບ: AFP/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 09 ພຶດສະພາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 517,2 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 6,27 ລ້ານຄົນ. ໄລ່ສະເພາະແຕ່ວັນທີ 08 ພຶດສະພາ, ທົ່ວໂລກມີ 70 ປະເທດ ແລະ ເຂດແຄວ້ນຢັ້ງຢັນຈຳນວນຜູ້ຕິດເຊື້ອໃໝ່ ແລະ 34 ປະເທດ ຢັ້ງຢືນມີຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດດັ່ງກ່າວຫຼຸດລົງຢ່າງແຮງ ເມື່ອທຽບໃສ່ໄລຍະກ່ອນນີ້ 2 – 3 ອາທິດ ແລະ ສືບຕໍ່ມີທ່າອ່ຽງຫຼຸດລົງໃນຂອບເຂດທົ່ວໂລກ.

     ປັດຈຸບັນ, ອາເມລິກາ ຍັງຄົງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກ, ດ້ວຍຈຳນວນຜູ້ຕິດເຊື້ອກວ່າ 83,5 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ  1 ລ້ານຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

       ເອີຣົບ ແມ່ນພາກພື້ນຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອກວ່າ 192,9 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 1,8 ລ້ານຄົນ. ອາຊີ ຢືນອັນດັບທີ 2, ຖັດຈາກນັ້ນແມ່ນພາກພື້ນ ອາເມລິກາເໜືອ ແລະ ອາເມລິກາໃຕ້.

ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 16 ໂມງຂອງວັນທີ 08 ພຶດສະພາ ຫາເວລາ 16 ໂມງຂອງວັນທີ 09 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 2.175 ຄົນ, ໃນນັ້ນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິຕື່ມອີກ 1.574 ຄົນ, ມີຜູ້ເສຍຊີວິດ 1 ຄົນ.

         


ຕອບກັບ

ຂ່າວ/ບົດ​ອື່ນ