ໂລກລະບາດໂຄວິດ 19: ສືບຕໍ່ມານະພະຍາຍາມປະຕິບັດວຽກງານປິ່ນປົວໃຫ້ເປັນຢ່າງດີ

(VOVWORLD) -  ວັນທີ 03 ເມສາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ 19 ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືທາງອອນລາຍກ່ຽວກັບການບົ່ງມະຕິພະຍາດ ກັບບັນດາຮາກຖານການປິ່ນປົວຜູ້ຕິດເຊື້ອໂຄວິດ 19.
ໂລກລະບາດໂຄວິດ 19: ສືບຕໍ່ມານະພະຍາຍາມປະຕິບັດວຽກງານປິ່ນປົວໃຫ້ເປັນຢ່າງດີ - ảnh 1 ກອງປະຊຸມປຶກສາຫາລືທາງອອນລາຍກ່ຽວກັບການບົ່ງມະຕິພະຍາດ (ພາບ: VGP)

     ກ່າວຄຳເຫັນທີ່ກອງປະຊຸມດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢັ້ງຢືນວ່າ: ປະຊາຊົນ ຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈ, ມີຄວາມເອກອ້າງທະນົງໃຈຕໍ່ຖັນແຖວແພດໝໍທີ່ສຸດ. ກ່ຽວກັບວຽກງານປ້ອງກັນໂລກລະບາດ, ມາຮອດຈຸດເວລານີ້, ຫວຽດນາມ ໄດ້ຢຶດໝັ້ນຕໍ່ບັນດາບາດກ້າວທີ່ມີລັກສະນະຫຼັກການ, ປະຕິບັດການກວດພົບ, ສະກັດກັ້ນ, ແຍກຕົວ, ຂີດແບ່ງເຂດ, ຄວບຄຸມເຊື້ອພະຍາດໄດ້ເປັນຢ່າງດີ ເຖິງວ່າຍັງມີບັນດາເຂດແຜ່ເຊື້ອພະຍາດກໍ່ຕາມ ແຕ່ກໍ່ສາມາດ ຄວບຄຸມໄດ້ເປັນຢ່າງດີ.

   ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢັ້ງຢືນວ່າ: ສຳລັບເລື່ອງປິ່ນປົວຜູ້ຕິດເຊື້ອໂຄວິດ 19, ສິ່ງສຳຄັນແມ່ນວິທີການປິ່ນປົວທີ່ເໝາະສົມ, ເພື່ອຫລຸດຜ່ອນຈຳນວນຄົນເຈັບໜັກ ຕາມຄວາມສາມາດເປັນໄປໄດ້. ປັດຈຸບັນ, ໃນໂລກຍັງບໍ່ທັນມີຢາປິ່ນປົວ ກໍ່ຄືວິທີການປິ່ນປົວໂຄວິດ 19, ສະນັ້ນ, ຖັນແຖວແພດໝໍ ຫວຽດນາມ ກໍ່ພວມມານະພະຍາຍາມຄົ້ນຫາວິທີການປິ່ນປົວໃຫ້ເໝາະສົມ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ