ໂລກ​ລະ​ບາດ​ໂຄວິດ - 19: ສາຍ​ພັນ Delta ແຜ່​ລະ​ບາດ​ຢ່າງ​ໄວ​ວາ​ຢູ່ຫຼາຍ​ປະ​ເທດ​ໃນ​ໂລກ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 29 ກໍລະກົດ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດລວມທັງໝົດກວ່າ 196,6 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 4,2 ລ້ານຄົນ ເສຍຊີວິດ ແລະ ຫຼາຍກວ່າ 178 ລ້ານຄົນໄດ້ຮັບການປິ່ນປົວຫາຍດີແລ້ວ.
ໂລກ​ລະ​ບາດ​ໂຄວິດ - 19: ສາຍ​ພັນ Delta ແຜ່​ລະ​ບາດ​ຢ່າງ​ໄວ​ວາ​ຢູ່ຫຼາຍ​ປະ​ເທດ​ໃນ​ໂລກ - ảnh 1ການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ຈາກາຕາ, ອິນໂດເນເຊຍ (ພາບ: THX/TTXVN)

ຢູ່ ອາຊີຕາເວັນອອກສ່ຽງໃຕ້, ການແຜ່ລະບາດຂອງເຊື້ອໄວຣັດສາຍພັນໃໝ່ໄດ້ເຮັດໃຫ້ ກຳປູເຈຍ ຕົກເຂົ້າສູ່ການແຜ່ລະບາດຮອບທີ 3, ເຮັດໃຫ້ປະເທດນີ້ຈຳເປັນຕ້ອງປະກາດບັ້ນຕໍ່ສູ້ຕ້ານໂລກລະບາດໃນຂອບເຂດທົ່ວປະເທດ ໃນວັນທີ 28 ກໍລະກົດ ເພື່ອແນໃສ່ເພີ່ມທະວີບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດ.

ຢູ່ເອີຣົບ, ອັງກິດ ກໍພວມປະເຊີນໜ້າກັບການແຜ່ລະບາດຮອບໃໝ່ ຍ້ອນການແຜ່ລະບາດຢ່າງໄວວາຂອງເຊື້ອໄວຣັດສາຍພັນ Delta ແຕ່ເຖິງຢ່າງໃດກໍຕາມ, ຈຳນວນກໍລະນີຕິດເຊື້ອໃໝ່ຢູ່ປະເທດນີ້ມີສ່ວນຫຼຸດລົງໃນອາທິດຜ່ານມາ.

ຢູ່ ນອກແວ ແລະ ການາດາ, ເຊື້ອໄວຣັດສາຍພັນ Delta ພວມເຮັດໃຫ້ຈຳນວນຜູ້ຕິດເຊື້ອໃໝ່ຢູ່ສອງປະເທດນີ້ເພີ່ມຂຶ້ນ. ນັບແຕ່ວັນທີ 20 ຫາວັນທີ 26 ກໍລະກົດ, ຈຳນວນຜູ້ຕິດເຊື້ອໃໝ່ພາຍໃນວັນຢູ່ ການາດາ ໄດ້ເພີ່ມຂຶ້ນ 36% ເມື່ອທຽບໃສ່ເວລາກ່ອນນັ້ນໜຶ່ງອາທິດ.

ສ່ວນຢູ່ ຫວຽດນາມ, ແຫຼ່ງຂ່າວຈາກກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ, ນັບແຕ່ເວລາ 19 ໂມງຂອງວັນທີ 28 ກໍລະກົດ ຫາເວລາ 6 ໂມງຂອງວັນທີ 29 ກໍລະກົດ, ຫວຽດນາມ ຢັ້ງຢືນ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 2.821 ຄົນ, ໃນນັ້ນ ຢູ່ນະຄອນ ໂຮ່ຈີມິນ ແມ່ນ 1.715 ຄົນ.

ໄລ່ຮອດຕອນເຊົ້າວັນທີ 29 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອສະສົມທັງໝົດ 123.640 ຄົນ, ໃນນັ້ນ ມີ 27.457 ຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ