ໂລກລະບາດ​ໂຄ​ວິດ - 19: ອັບ​ເດດ​ສະພາບ​ການ​ໂລກລະບາດ​ຮອດ​ຕອນ​ເຊົ້າ​ວັນ​ທີ 04 ກໍລະ​ກົດ

(VOVWORLD) -ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 11.189.325 ກໍລະນີ, ໃນນັ້ນ ມີຫຼາຍກວ່າ 529.063 ກໍລະນີ ເສຍຊີວິດ ແລະ 6.297.150 ກໍລະນີ ໄດ້ຮັບການປິ່ນປົວຫາຍດີແລ້ວ.
ໂລກລະບາດ​ໂຄ​ວິດ - 19: ອັບ​ເດດ​ສະພາບ​ການ​ໂລກລະບາດ​ຮອດ​ຕອນ​ເຊົ້າ​ວັນ​ທີ  04 ກໍລະ​ກົດ - ảnh 1 (ພາບປະກອບ: TTXVN)

        ຕາມເວັບໄຊສະຖິຕິ worldometers.info, ໄລ່ຮອດເວລາ 8 ໂມງ 30 ນາທີ ຂອງຕອນເຊົ້າວັນທີ 04 ກໍລະກົດ ຕາມເວລາ ຫວຽດນາມ, ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 11.189.325 ກໍລະນີ, ໃນນັ້ນ ມີຫຼາຍກວ່າ 529.063 ກໍລະນີ ເສຍຊີວິດ ແລະ 6.297.150 ກໍລະນີ ໄດ້ຮັບການປິ່ນປົວຫາຍດີແລ້ວ.

        ໄລ່ມາຮອດປັດຈຸບັນ, ອາເມລິກາ ຍັງເປັນປະເທດທີ່ຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດ ແລະ ບໍ່ມີສັນຍານຫຼຸດລົງເທື່ອ ດ້ວຍຈໍານວນຜູ້ຕິດເຊື້ອແມ່ນ 2.890.588 ກໍລະນີ ແລະ 132.101 ກໍລະນີ ເສຍຊີວິດ. 

ຕອບກັບ

ຂ່າວ/ບົດ​ອື່ນ