ໂລກ​ລະ​ບາດ​ໂຄວິດ - 19 ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດຫຼາຍກວ່າ 4,3 ລ້ານ​ຄົນ

(VOVWORLD) - ຕາມເວັບໄຊສະຖິຕິ worldometers.info, ໄລ່ຮອດເວລາ 1 ໂມງ ຂອງວັນທີ 9 ສິງຫາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດຫຼາຍກວ່າ 203,4 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 4,3 ລ້ານຄົນເສຍຊີວິດ.
ໂລກ​ລະ​ບາດ​ໂຄວິດ - 19 ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດຫຼາຍກວ່າ 4,3 ລ້ານ​ຄົນ - ảnh 1ອາເມລິກາ ແມ່ນປະເທດມີຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຫຼາຍທີ່ສຸດໃນໂລກ (ພາບ: AFP/TTXVN)

ຖ້າໄລ່ຕາມພາກພື້ນແລ້ວ, ອາຊີ ແມ່ນທະວີບທີ່ມີຈຳນວນຜູ້ຕິດເຊື້ອສູງສຸດ ດ້ວຍຫຼາຍກວ່າ 64,1 ລ້ານຄົນ, ຖັດຈາກນັ້ນ ແມ່ນ ເອີຣົບ ດ້ວຍກວ່າ 52,4 ລ້ານຄົນ ແລະ ອາເມລິກາເໜືອ ແມ່ນ ກວ່າ 43,6 ລ້ານຄົນ. ປັດຈຸບັນ, ອາເມລິກາ ແມ່ນປະເທດທີ່ມີຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຫຼາຍທີ່ສຸດໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອຫຼາຍກວ່າ 36,5 ລ້ານຄົນ, ໃນນັ້ນ ມີ 633.116 ຄົນ ເສຍຊີວິດ. ຖັດຈາກ ອາເມລິກາ ແມ່ນ ອິນເດຍ, ບຣາຊິນ, ລັດເຊຍ, ຝລັ່ງ, ອັງກິດ ແລະ ຕວັກກີ.

        ສ່ວນຢູ່ ຫວຽດນາມ, ຕາມຂ່າວພາກຄ່ຳວັນທີ 9 ສິງຫາ ຂອງກະຊວງສາທາລະນະສຸກ ໃຫ້ຮູ້ວ່າ ນັບແຕ່ເວລາ 6 ໂມງ ຫາເວລາ 18 ໂມງ 30 ນາທີຂອງວັນທີ 9 ສິງຫາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 4.185 ຄົນ. ເປັນອັນວ່າ, ໃນ 24 ຊົ່ວໂມງຜ່ານມາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 9.340 ຄົນ.  ໃນນັ້ນ ຢູ່ນະຄອນ ໂຮ່ຈີມິນ ມີຫຼາຍສຸດ ດ້ວຍ 3.991 ຄົນ ແລະ ແຂວງ ບິ່ງເຢືອງ ມີ 2.887 ຄົນ.

        ໄລ່ຮອດຕອນຄ່ຳວັນທີ 9 ສິງຫາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອລວມທັງໝົດ 219.745 ຄົນ, ໃນນັ້ນ ມີ 75.920 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ ມີ 3757 ຄົນ ເສຍຊີວິດ. ຈຳນວນວັກຊິນກັນພະຍາດໂຄວິດ - 19 ທັງໝົດ ທີ່ຫວຽດນາມ ໄດ້ສັກໃຫ້ປະຊາຊົນແມ່ນ 9.405.819 ໂດສ, ໃນນັ້ນ ມີ 945.806 ຄົນ ໄດ້ສັກວັກຊິນຄົບ 2 ເຂັມແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ