ໂລກ​ລະ​ບາດ​ໂຄວິດ - 19 ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດຫຼາຍ​ກ່​ວາ 5 ລ້ານ​ຄົນ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ ເຊົ້າຂອງວັນທີ 8 ພະຈິກ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 250 ລ້ານຄົນ ໃນນັ້ນມີ ກ່ວາ 5 ລ້ານຄົນເສຍຊີວິດ.

ໂລກ​ລະ​ບາດ​ໂຄວິດ - 19 ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດຫຼາຍ​ກ່​ວາ 5 ລ້ານ​ຄົນ - ảnh 1ພາບປະກອບ: AFP/TTXVN

ອາເມລິກາ, ອິນເດຍ ແລະ ບຣາຊິນ ແມ່ນ 3 ປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19, ໂດຍຮັບຮູ້ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຕາມ ລຳດັບແມ່ນ ກ່ວາ 47,3 ລ້ານຄົນ; 34,3 ລ້ານຄົນ ແລະ 21, 8 ລ້ານຄົນ. ກ່ຽວກັບຈຳນວນຜູ້ເສຍຊີວິດ, ອາເມລິກາ ຢັ້ງຢືນມີຈຳນວນຜູ້ເສຍຊີວິດຫຼາຍກ່ວາໝູ່ ດ້ວຍ 775.205 ຄົນ, ຖັດຈັກນັ້ນແມ່ນ ບຣາຊິນ ແລະ ອິນເດຍ.

ສ່ວນຢູ່ຫວຽດນາມ, ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກ ຫວຽດນາມ ໃນວັນທີ 08 ພະຈິກ ແລ້ວ, ນັບແຕ່ເວລາ 16 ໂມງຂອງວັນທີ 07 ພະຈິກ ຫາເວລາ 16 ໂມງຂອງວັນທີ 08 ພະຈິກ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 7.988 ຄົນ. ສະນັ້ນ, ໄລ່ມາຮອດປະຈຸບັນ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 976.672 ຄົນ, ປິ່ນປົວຫາຍດີເປັນປົກກະຕິ 841.475 ຄົນ, ມີຜູ້ເສຍຊີວິດ 22.598 ຄົນ. ຈຳນວນວັກຊິນກັນໂຄວິດ-19 ໄດ້ສັດແລ້ວແມ່ນ 90.684.561, ຜູ້ໄດ້ສັກເຂັມທີ 2 ແມ່ນ 29.333.128 ໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ