ໂລກ​ລະ​ບາດ​ໂຄວິດ - 19 ເຮ​ັ​ດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ເກືອບ 3,4 ລ້ານ​ຄົນ

(VOVWORLD) -ອາເມລິກາ, ອິນເດຍ, ບຣາຊິນ, ອັງກິດ ແລະ ຝລັ່ງ … ແມ່ນບັນດາປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍ້ອນໂລກລະບາດໂຄວິດ - 19. 

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 17 ພຶດສະພາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 163.705.744 ຄົນ, ໃນນັ້ນ, ມີຜູ້ເສຍຊີວິດ ເກືອບ 3,4 ລ້ານຄົນ. ປັດຈຸບັນ, ມີຜູ້ຕິດເຊື້ອໂຄວິດ - 19 ເກືອບ 142 ລ້ານຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ.  ອາເມລິກາ, ອິນເດຍ, ບຣາຊິນ, ອັງກິດ ແລະ ຝລັ່ງ … ແມ່ນບັນດາປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍ້ອນໂລກລະບາດດັ່ງກ່າວ.

ໂລກ​ລະ​ບາດ​ໂຄວິດ - 19 ເຮ​ັ​ດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ເກືອບ 3,4 ລ້ານ​ຄົນ - ảnh 1(ພາບ: TTXVN)

ສະເພາະຢູ່ ຫວຽດນາມ, ຕາມຂ່າວພາກເຊົ້າວັນທີ 17 ພຶດສະພາຈາກກະຊວງ ສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ, ນັບແຕ່ເວລາ 6 ໂມງຫາເວລາ 12 ໂມງຂອງວັນທີ 17 ພຶດສະພາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 30 ກໍລະນີ. ໄລ່ຮອດປັດຈຸບັນ, ຫວຽດນາມ ໄດ້ປິ່ນປົວຜູ້ຕິດເຊື້ອໃຫ້ຫາຍດີ 2.668 ຄົນ ໃນຈຳນວນຜູ້ຕິດເຊື້ອລວມທັງໝົດ 4.242 ຄົນ ແລະ ມີ 37 ຄົນເສຍຊີວິດ.


ຕອບກັບ

ຂ່າວ/ບົດ​ອື່ນ