ໂລກລະບາດໂຄວິດ - 19 ເຮັດໃຫ້ໂລກມີຜູ້ເສຍຊີວິດຫຼາຍກວ່າ 3,4 ລ້ານຄົນ

(VOVWORLD) -  ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 10 ພຶດສະພາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 158.954.447 ຄົນ, ໃນນັ້ນ ມີຫຼາຍກວ່າ 3,3 ລ້ານຄົນ ເສຍຊີວິດ. ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ໄດ້ຮັບການປິ່ນປົວຫາຍດີແມ່ນຫຼາຍກວ່າ 136,4 ລ້ານຄົນ.
ໂລກລະບາດໂຄວິດ - 19 ເຮັດໃຫ້ໂລກມີຜູ້ເສຍຊີວິດຫຼາຍກວ່າ 3,4 ລ້ານຄົນ - ảnh 1(ພາບປະກອບ: CNN)
   ປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຍັງຄົງແມ່ນ ອາເມລິກາ ໂດຍມີຜູ້ເສຍຊີວິດ 595.812 ຄົນ ໃນຈຳນວນຜູ້ຕິດເຊື້ອທັງໝົດຫຼາຍກວ່າ 33,4 ລ້ານຄົນ. ອິນເດຍ ແມ່ນປະເທດຢືນອັນດັບທີ 2 ໃນໂລກກ່ຽວກັບຈຳນວນຜູ້ຕິດເຊື້ອ ດ້ວຍ 22,6 ລ້ານຄົນ, ແຕ່ຢືນອັນດັບທີ 3 ໃນໂລກ ກ່ຽວກັບຈຳນວນຜູ້ເສຍຊີວິດ ດ້ວຍ 246.146 ຄົນ. ຢືນອັນດັບທີ 3 ກ່ຽວກັບຈຳນວນຜູ້ຕິດເຊື້ອ ແລະ ອັນດັບທີ 2 ໃນໂລກ ກ່ຽວກັບຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດດັ່ງກ່າວ ແມ່ນ ບຣາຊິນ.

        ສະເພາະຢູ່ ຫວຽດນາມ, ຕາມຂ່າວພາກເຊົ້າວັນທີ 10 ພຶດສະພາ ຂອງກະຊວງສາທາລະນະສຸກ ໃຫ້ຮູ້ວ່າ ນັບແຕ່ເວທີ 18 ໂມງຂອງວັນທີ 9 ພຶດສະພາ ຫາເວລາ 6 ໂມງຂອງວັນທີ 10 ພຶດສະພາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 80 ກໍລະນີ, ໃນນັ້ນ ມີ 2 ກໍລະນີ ເຂົ້າເມືອງ ຈາກຕ່າງປະເທດ ແລະ ໄດ້ຮັບການແຍກຕົວໃນທັນທີ, ສ່ວນ 78 ກໍລະນີ ທີ່ຍັງເຫຼືອແມ່ນຕິດເຊື້ອໃນຊຸມຊົນ. ປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອທັງໝົດ 3.412 ກໍລະນີ, ໃນນັ້ນ ມີ 2.602 ກໍລະນີ ໄດ້ຮັບການປິ່ນປົວຫາຍດີ ແລະ 35 ກໍລະນີເສຍຊີວິດ. 

ຕອບກັບ

ຂ່າວ/ບົດ​ອື່ນ