ໂລກ​ລະ​ບາດ​ໂຄວິດ - 19 ໃນ​ທົ່ວ​ໂລກ​ຍັງ​ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ຮ້າຍ​ແຮງ

(VOVWORLD) - ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 00 ນາທີຂອງວັນທີ 12 ເມສາ ຕາມເວລາ UTC, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 136,61 ລ້ານຄົນ,  ໃນນັ້ນ ມີ 2,94 ລ້ານຄົນເສຍຊີວິດ ແລະ ມີ 109,84 ລ້ານຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ.
ໂລກ​ລະ​ບາດ​ໂຄວິດ - 19 ໃນ​ທົ່ວ​ໂລກ​ຍັງ​ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ຮ້າຍ​ແຮງ - ảnh 1 ຊາວນະຄອນຫຼວງ ວຽງຈັນ ໃສ່ຜ້າອັດປາກ ສະກັດກັ້ນໂລກລະບາດ ໂຄວິດ - 19 (ພາບ: THX/TTXVN)

  ປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍັງຍົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອ 31.918.591 ຄົນ, ໃນນັ້ນ ມີ 575.829 ຄົນ ເສຍຊີວິດ. ຖັດຈາກນັ້ນ ແມ່ນ ອິນເດຍ ແລະ ບຣາຊິນ.

        ສະພາບການໂລກລະບາດໂຄວິດ - 19 ມີການຜັນແປຮ້າຍແຮງເປັນພິເສດ, ໃນນັ້ນ ມີພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ໄລ່ມາຮອດປັດຈຸບັນ, ຈຳນວນຜູ້ຕິດເຊື້ອໂຄວິດ - 19 ຢູ່ ກຳປູເຈຍ ແມ່ນ 4.238 ຄົນ, ໃນນັ້ນມີ 29 ຄົນ ເສຍຊີວິດ. ວັນທີ 11 ເມສາ, ຫ້ອງການອົງການອະນາໄມໂລກ ປະຈຳ ກຳປູເຈຍ ກ່າວເຕືອນວ່າ ກຳປູເຈຍ ພວມຢືນຢູ່ປາກເຫວຍ້ອນໂລກລະບາດໂຄວິດ - 19. ທ່ານນາງ Li Ailan ຜູ້ຕາງໜ້າ ອົງການ ອະນາໄມໂລກ ປະຈຳ ກຳປູເຈຍ ເນັ້ນໜັກວ່າ ບັນດາກໍລະນີຕິດເຊື້ອລາຍໃໝ່ຢູ່ ກຳປູເຈຍ ໄດ້ຮັບການຢັ້ງຢືນເພີ່ມຂຶ້ນໃນແຕ່ລະມື້, ຖ້າຫາກວ່າປະເທດນີ້ບໍ່ສະກັດກັ້ນການແຜ່ລະບາດຄັ້ງນີ້ໄດ້ ແມ່ນທັງລະບົບສາທາລະນະສຸກຂອງ ກຳປູເຈຍ ຈະມີຄວາມສ່ຽງຖືກພັງທະລາຍລົງ ອັນໄດ້ກໍ່ຜົນຮ້າຍຢ້ອນຫຼັງຢ່າງຮ້າຍກາດທີ່ສຸດ.  

        ໃນຂະນະນັ້ນ, ລາວ ຫາກໍຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ລາຍໃໝ່ຕື່ມອີກ 2 ກໍລະນີ, ໃນນັ້ນ ມີ 1 ກໍລະນີ ແມ່ນຕິດເຊື້ອໃນຊຸມຊົນ ອັນໄດ້ຍົກຈຳນວນຜູ້ຕິດເຊື້ອຢູ່ປະເທດນີ້ຂຶ້ນເປັນ 51 ຄົນ. ທັງສອງກໍລະນີດັ່ງກ່າວລ້ວນແຕ່ຢູ່ນະຄອນຫຼວງ ວຽງຈັນ. ມາຮອດປັດຈຸບັນ, ລາວ ຢັ້ງຢືນມີຜູ້ຕິດເຊື້ອລວມທັງໝົດ 51 ຄົນ, ພວມປິ່ນປົວ 6 ຄົນ ແລະ ຍັງບໍ່ມີກໍລະນີເສຍຊີວິດເທື່ອ.

        ນັກຂ່າວ VOV ປະຈຳ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ