ໂລກລະບາດ​ໂຄ​ວິດ - 19: ​​ໃນ​ທົ່ວ​ໂລກມີ​ຜູ້​ເສຍ​ຊີວິດ​ຍ້ອນ​ເຊື້ອ​ພະຍາດ​ໂຄ​ວິດ - 19 ຈໍານວນ 287.250 ຄົນ ​

(VOVWORLD) -      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 8 ໂມງ ຂອງວັນທີ 12 ພຶດສະພາ  (ຕາມເວລາຫວຽດນາມ), ໃນທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດ 4.253.799 ຄົນ, ໃນນັ້ນ ມີ 287.250 ຄົນ ເສຍຊີວິດ.
ໂລກລະບາດ​ໂຄ​ວິດ - 19: ​​ໃນ​ທົ່ວ​ໂລກມີ​ຜູ້​ເສຍ​ຊີວິດ​ຍ້ອນ​ເຊື້ອ​ພະຍາດ​ໂຄ​ວິດ - 19 ຈໍານວນ 287.250 ຄົນ ​ - ảnh 1ແພດໝໍ ແລະ ຜູ້ຖືກສົງໄສຕິດເຊື້ອພະຍາດໂຄວິດ - 19 ຢູ່ ເມັກຊີໂກ (ພາບ:  THX/TTXVN)

   ໂລກລະບາດດັ່ງກ່າວໄດ້ແຜ່ລະບາດອອກສູ່ 212 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກ. ປັດຈຸບັນ, ຈໍານວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແມ່ນກວ່າ 1,5 ລ້ານຄົນ.

        ອາເມລິກາ ພວມແມ່ນປະເທດແຜ່ລະບາດເຊື້ອພະຍາດຮ້າຍແຮງກວ່າໝູ່ ໃນໂລກ ດ້ວຍຈໍານວນຜູ້ຕິດເຊື້ອແມ່ນ 1.385.834 ຄົນ ແລະ ມີ 81.795 ຄົນ ເສຍຊີວິດ. ຖັດຈາກ ອາເມລິກາ ແມ່ນ ແອັດສະປາຍ ດ້ວຍຈໍານວນຜູ້ຕິດເຊື້ອ 268.000 ຄົນ ແລະ ເສຍຊີວິດ 26.744 ຄົນ; ອັງກິດ ດ້ວຍຈໍານວນກໍລະນີຕິດເຊື້ອແມ່ນ 223.000 ກໍລະນີ ແລະ ເສຍຊີວິດ 32.000 ກໍລະນີ.

        ຢູ່ ເມັກຊີໂກ, ກະຊວງສາທາລະນະສຸກ ໄດ້ຢັ້ງຢືນວ່າ ປະເທດນີ້ມີຍອດຈໍານວນຜູ້ຕິດເຊື້ອທັງໝົດແມ່ນ 36.327 ຄົນ, ເຊິ່ງເປັນປະເທດທີ່ມີອັດຕາສ່ວນການເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ສູງທີ່ສຸດໃນທະວີບ ອາເມລິກາ  ດ້ວຍລະດັບ 9,8%.

        ສ່ວນຢູ່ ອາຊີ, ອິນເດຍ ໄດ້ຢັ້ງຢືນມີຜູ້ຕິດເຊື້ອທັງໝົດແມ່ນກວ່າ 67.000 ຄົນ,ໃນນັ້ນ ມີ 2.206 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ