ໂລ​ກ​ລະ​ບາດ​ໂຄວິດ - 19 ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດຫຼາຍກວ່າ 3, 74 ລ້ານ​ຄົນ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 7 ມິຖຸນາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍກວ່າ 174 ລ້ານຄົນ, ໃນນັ້ນມີ 3,74 ລ້ານຄົນ ເສຍຊີວິດ.

  ໃນ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 320.448 ຄົນ, ເຊິ່ງຫຼາຍທີ່ສຸດແມ່ນຢູ່ ອິນເດຍ, ຖັດມາ ແມ່ນ ບຣາຊິນ, ໂກລົມເບຍ ແລະ ອາກຊັງຕິນ… ອາເມລິກາ ຍັງຄົງແມ່ນປະເທດທີີ່ມີຈຳນວນຜູ້ເສຍຊີວິດ ແລະ ຜູ້ຕິດເຊື້ອຫຼາຍທີ່ສຸດໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອລວມທັງໝົດຫຼາຍກວ່າ 34,2 ລ້ານຄົນ, ໃນນັ້ນ ມີ 612.363 ຄົນ ເສຍຊີວິດ.

ໂລ​ກ​ລະ​ບາດ​ໂຄວິດ - 19 ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດຫຼາຍກວ່າ 3, 74 ລ້ານ​ຄົນ - ảnh 1(ພາບປະກອບ)
 ສ່ວນຢູ່ ຫວຽດນາມ, ຕາມກະຊວງສາທາລະນະສຸກແລ້ວ, ນັບແຕ່ເວລາ 6 ໂມງ ຫາເວລາ 12 ໂມງຂອງວັນທີ 7 ມິຖຸນາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 92 ຄົນ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອທັງໝົດຢູ່ ຫວຽດນາມ ຂຶ້ນເປັນ 8.883 ຄົນ.

ໄລ່ຮອດປັດຈຸບັນ, ຫວຽດນາມ ໄດ້ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ - 19 ໃຫ້ຫາຍດີໃຫ້ 3.369 ຄົນແລ້ວ ແລະ ມີ 53 ຄົນ ເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ