ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດຫຼາຍກວ່າ 3,4 ລ້ານ​ຄົນ

(VOVWORLD) -ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 24 ພຶດສະພາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 167.510.005 ຄົນ, ໃນນັ້ນ ມີຫຼາຍກວ່າ  3,4 ລ້ານຄົນເສຍຊີວິດ. 
ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດຫຼາຍກວ່າ 3,4 ລ້ານ​ຄົນ - ảnh 1 ວັນທີ 11 ພຶດສະພາ, ນະຄອນຫຼວງ Kathmandu, Nepal  ມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ເປັນຈຳນວນຫຼາຍ (ພາບ: REUTERS)

ຕາມເວັບໄຊສະຖິຕິ worlometers.info, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 24 ພຶດສະພາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 167.510.005 ຄົນ, ໃນນັ້ນ ມີຫຼາຍກວ່າ  3,4 ລ້ານຄົນເສຍຊີວິດ. ມີຄົນເຈັບຕິດເຊື້ອພະຍາດໂຄວິດ - 19 ຫຼາຍກວ່າ 148 ລ້ານຄົນໄດ້ຮັບການປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວ.

        ບັນດາປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດແມ່ນ ອາເມລິກາ, ອິນເດຍ, ບຣາຊິນ, ຝລັ່ງ, ຕວັກກີ, ລັດເຊຍ ແລະ ອັງກິດ.

        ສ່ວນຢູ່ ຫວຽດນາມ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເວລາ 14 ໂມງຫາເວລາ 18 ໂມງຂອງວັນທີ 24 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄສິດ - 19 ໃໝ່ຕື່ມອີກ 95 ຄົນ. ດັ່ງນັ້ນມາຮອດບັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 5404 ຄົນ, ໃນນັ້ນມີ 44 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ