ໂລກລະບາດໂຄວິດ-19 ຍັງຜັນແປຢ່າງສັບສົນຢູ່ຫຼາຍປະເທດ

(VOVWORLD) -ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 38,3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 1,1 ລ້ານຄົນ.
ໂລກລະບາດໂຄວິດ-19 ຍັງຜັນແປຢ່າງສັບສົນຢູ່ຫຼາຍປະເທດ - ảnh 1(ພາບປະກອບ: AP)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າຂອງວັນທີ 14 ຕຸລາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 38,3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 1,1 ລ້ານຄົນ. ອາເມລິກາ ສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ; ຖັດມາແມ່ນອິນເດຍ, ບຣາຊິນ.

        ຢູ່ອາຊີ, ຄະນະກຳມະການສາທານະລະສຸກແຫ່ງຊາດຈີນ ໄດ້ແຈ້ງໃຫ້ຊາບວ່າ, ຢູ່ຈີນ ໄດ້ກວດພົບຜູ້ຕິດໄວຣັດ SARS-CoV-2 ຄົນໃໝ່ຕື່ມອີກ 13 ຄົນ, ໃນນັ້ນມີບັນດາກໍລະນີຕິດແປດໃນຊຸມຊົນທຳອິດຢູ່ຈີນ ພາຍຫຼັງເວລາເກືອບ 2 ເດືອນຢູ່ແຂວງ ຊານຕູງ. ແລະກໍ່ໃນວັນດຽວກັນ, ສ.ເກົາຫຼີ ໄດ້ແຈ້ງໃຫ້ຊາບວ່າ ຈຳນວນກໍລະນີຕິດໂລກລະບາດໂຄວິດ-19 ໃໝ່ໄດ້ເພີ່ມຂຶ້ນຄືນໃໝ່ຢູ່ໃນລະດັບ 3 ຕົວເລກ.

        ຢູ່ອາຊີຕາເວັນອອກສ່ຽງໃຕ້, ວັນທີ 13 ຕຸລາ, ສຳນັກງານສະພານິຕິບັນຍັດຢູ່ນະຄອນຫຼວງ ຈາກາຕາ, ປະເທດອິນໂດເນເຊຍ ຖືກປິກລ້ອມ, ພາຍຫຼັງທີ່ມີພະນັກງານ ແລະ ພາລະກອນມີຜົນວິໄຈເປັນບວກກັບໄວຣັດ SARS-CoV-2 ຢ່າງໜ້ອຍສຸດ 41 ຄົນ.

        ໃນຂະນະນັ້ນ, ສະພາບໂລກລະບາດຢູ່ເອີລົບ ຍັງຜັນແປໄປຢ່າງສັບສົນຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ