ໂລກລະບາດໂຄວິດ-19 ຍັງມີການຜັນແປຢ່າງສັບສົນຢູ່ໃນໂລກ

(VOVWORLD) -ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດກວ່າ 377,6 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວີດເກືອບ 5,1 ລ້ານຄົນ. ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນກວ່າ 298 ລ້ານຄົນ.
ໂລກລະບາດໂຄວິດ-19 ຍັງມີການຜັນແປຢ່າງສັບສົນຢູ່ໃນໂລກ - ảnh 1(ພາບປະກອບ: TTXVN)

ຕາມເວັບໄຊສະທິຕິ worldoneters.info ແລ້ວ, ໄລ່ຮອດເວລາ 9 ໂມງເຊົ້າວັນທີ 01 ກຸມພາ (ຕາມເວລາ ຫວຽດນາມ), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດກວ່າ 377,6 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວີດເກືອບ 5,1 ລ້ານຄົນ. ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນກວ່າ 298 ລ້ານຄົນ.

ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ຢູ່ ອາເມລິກາ ມີເດັກນ້ອຍກວ່າ 3,5 ລ້ານຄົນຕິດເຊື້ອພະຍາດໂຄວິດ - 19 ໃນເດືອນມັງກອນ, ໃນສະພາບຈຳນວນເດັກນ້ອຍຕິດເຊື້ອພະຍາດເພີ່ມຂຶ້ນຢ່າງໄວຍ້ອນໄວຣັດ Omicron. ນັບແຕ່ເມື່ອໂລກລະບາດແຜ່ລະບາດມາຮອດປະຈຸບັນ, ມີເດັກນ້ອຍຢູ່ ອາເມລິກາ ກວ່າ 11,4 ລ້ານຄົນຕິດເຊື້ອພະຍາດໂຄວິດ-19, ໃນນັ້ນ ເດັກນ້ອຍຕິດເຊື້ອພະຍາດໃໝ່ແມ່ນເກືອບ 2 ລ້ານຄົນໃນຮອບເວລາ 2 ອາທິດຜ່ານມາ. ນີ້ກໍ່ແມ່ນອາທິດທີ 25 ຢ່າງລ້ຽນຕິດ, ຈຳນວນເດັກນ້ອຍຕິດເຊື້ອພະຍາດຢູ່ອາເມລິກາ ສູງກວ່າຕົວເລກ 100.000 ຄົນ.

ສ່ວນຢູ່ ຫວຽດນາມ, ວັນທີ 01 ກຸມພາ (ກົງກັບວັນທີ 1 ບຸນເຕັດປີຂານ), ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ແມ່ນ 11.000  ຄົນ, ຫຼຸດລົງເກືອບ 1.700 ຄົນເມື່ອທຽບໃສ່ວັນທີ 31 ມັງກອນ, ຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ F0 ໄດ້ຮັບການປິ່ນປົວຫາຍດີປົກກະຕິ 40.000  ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ