ໂລກລະບາດໂຄວິດ-19 ຍັງມີການຜັນແປຢ່າງສັບສົນໃນທົ່ວໂລກ

(VOVWORLD) -ທົ່ວໂລກມີຈຳນວນຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດ 78,3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 1,73 ລ້ານຄົນ.

ໂລກລະບາດໂຄວິດ-19 ຍັງມີການຜັນແປຢ່າງສັບສົນໃນທົ່ວໂລກ - ảnh 1 ທົ່ວໂລກມີຈຳນວນຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດ 78,3 ລ້ານຄົນ

(ພາບປະກອບ: AP)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 23 ທັນວາ (ຕາມເວລາ UTC), ທົ່ວໂລກມີຈຳນວນຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດ 78,3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 1,73 ລ້ານຄົນ.

        ອາເມລິກາ ຍັງແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກ ໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 18.658.894 ຄົນ ແລະ ມີຜູ້ເສຍຊີວິດ 330.384 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ, ລັດເຊຍ, ຝລັ່ງ, ອັງກິດ… ໂລກລະບາດໂຄວິດ-19 ໄດ້ແຜ່ລະບາດໄປທົ່ວທຸກທະວີບໃນໂລກແລ້ວ, ພາຍຫຼັງທີ່ພົບກໍລະນີຕິດເຊື້ອໄວຣັດ SARS-CoV-2 ຄົນທຳອິດຢູ່ຮາກຖານຄົ້ນຄວ້າຂອງ ຈີເລຍ ຢູ່ຂົ້ວໂລກໃຕ້ ໃນວັນທີ 21 ທັນວາ.

ຕອບກັບ

ຂ່າວ/ບົດ​ອື່ນ