ໂລກລະບາດໂຄວິດ-19 ຍັງມີການຜັນແປຢ່າງສັບສົນໃນທົ່ວໂລກ

(VOVWORLD) -ທົ່ວໂລກມີຈຳນວນຜູ້ຕິດເຊື້ອໂຄວິດ-19 ກວ່າ 84 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 1.834.519 ຄົນ.
ໂລກລະບາດໂຄວິດ-19 ຍັງມີການຜັນແປຢ່າງສັບສົນໃນທົ່ວໂລກ - ảnh 1(ພາບປະກອບ: AFP/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 2 ໂມງຂອງວັນທີ 02 ມັງກອນ (ຕາມເວລາ UTC), ທົ່ວໂລກມີຈຳນວນຜູ້ຕິດເຊື້ອໂຄວິດ-19 ກວ່າ 84 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 1.834.519 ຄົນ. ອາເມລິກາ ຍັງແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກ ໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອກວ່າ 20 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 356.000 ຄົນ ເຊິ່ງກວມເອົາ 1/5 ກໍລະນີເສຍຊີວິດຍ້ອນໂລກລະບາດນີ້ໃນທົ່ວໂລກ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ, ລັດເຊຍ… ໂລກລະບາດໂຄວິດ-19 ຍັງມີການຜັນແປຢ່າງສັບສົນຢູ່ໃນທົ່ວໂລກ ເຮັດໃຫ້ຫຼາຍປະເທດຕ້ອງວາງມາດຕະການຢ່າງແຮງກວ່າ.

        ວັນທີ 01 ມັງກອນ, ອັງກິດ ໄດ້ເປີດນຳໃຊ້ໂຮງໝໍກາງສະໜາມເຊິ່ງໄດ້ກໍ່ສ້າງນັບແຕ່ເມື່ອເກີດໂລກລະບາດໂຄວິດ-19, ພ້ອມທັງປິດປະຕູໂຮງຮຽນປະຖົມທັງໝົດຢູ່ລອນດອນ ເພື່ອແນໃສ່ສະກັດກັ້ນໄວຣັດສາຍພັນໃໝ່ຂອງໄວຣັດ SARS-CoV-2 ທີ່ພວມແຜ່ລະບາດ.

        ນັບແຕ່ວັນທີ 02 ມັງກອນ, ລັດຖະບານ ຝລັ່ງ ໄດ້ຕໍ່ກຳນົດເວລາສະພາວະສຸກເສີນຕື່ມອີກ 2 ຊົ່ວໂມງໃນທົ່ວປະເທດ.

        ຢູ່ອາຊີ, ອຳນາດການປົກຄອງນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ ມີແຜນການສະເໜີຕໍ່ລັດຖະບານສູນກາງ ປະກາດສະພາວະສຸກເສີນເຕີ່ມອີກຄັ້ງໜຶ່ງ ໃນສະພາບທີ່ມີຈຳນວນກໍລະນີຕິດເຊື້ອພະຍາດໂຄວິດ-19 ເພີ່ມຂຶ້ນຢ່າງໄວ.

ຕອບກັບ

ຂ່າວ/ບົດ​ອື່ນ