ໂລກລະບາດໂຄວິດ-19 ຍັງມີການຜັນແປຢ່າງຮ້າຍແຮງໃນທົ່ວໂລກ

(VOVWORLD) -ທົ່ວໂລກມີຈຳນວນຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດ 81.126.414 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.771.407 ຄົນ.
ໂລກລະບາດໂຄວິດ-19 ຍັງມີການຜັນແປຢ່າງຮ້າຍແຮງໃນທົ່ວໂລກ - ảnh 1(ພາບປະກອບ: AFP/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 28 ທັນວາ (ຕາມເວລາ UTC), ທົ່ວໂລກມີຈຳນວນຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດ 81.126.414 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.771.407 ຄົນ.

        ອາເມລິກາ ຍັງແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກ ໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອກວ່າ 19 ລ້ານຄົນ ແລະ ມີຜູ້ເສຍຊີວິດ 341.138 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ, ລັດເຊຍ. ໂລກລະບາດໂຄວິດ-19 ສືບຕໍ່ມີການຜັນແປຢ່າງສັບສົນເມື່ອຫຼາຍປະເທດໄດ້ກວດພົບຜູ້ຕິດເຊື້ອໄວຣັດສາຍພັນໃໝ່ຂອງໄວຣັດ SARS-CoV-2 ດ້ວຍຊື່ເອື້ນທີ່ວ່າ VUI-202012/01 ພວມແຜ່ລະບາດຢ່າງໄວຢູ່ອັງກິດ, ໃນນັ້ນມີ ການາດາ, ນອກແວ, ປອກຕຸຍການ ແລະ ຫວ່າງມໍ່ໆມານີ້ແມ່ນສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ