ໂລກລະບາດໂຄວິດ-19 ຍັງສືບຕໍ່ຜັນແປຢ່າງສັບສົນໃນໂລກ

(VOVWORLD) - ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ທັງໝົດແມ່ນ 21.335.960 ຄົນ, ໃນນັ້ນ ມີ 762.430 ຄົນເສຍຊີວິດ. 
ໂລກລະບາດໂຄວິດ-19 ຍັງສືບຕໍ່ຜັນແປຢ່າງສັບສົນໃນໂລກ - ảnh 1ພາບປະກອບ / THX/TTXVN

ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຢູ່ໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອກ່ວາ 5,3 ລ້ານຄົນ ແລະ ເກືອບ 170.000 ຄົນເສຍຊີວິດ. ໃນຂະນະນັ້ນ, ອິນເດຍ ສືບຕໍ່ກວດພົບຜູ້ຕິດເຊື້ອໂຄວິດ-19ເພີ່ມຂຶ້ນບັນລຸລະດັບສະຖິຕິ ດ້ວຍຈຳນວນຜູ້ຕິດເຊື້ອກ່ວາ 65.000 ຄົນໃນ 24 ຊົ່ວໂມງຜ່ານມາ, ໄດ້ຍົກຈຳນວນຜູ້ຕິດເຊື້ອໂຄວິດ-19 ສະສົມຢູ່ປະເທດນີ້ ຂຶ້ນເປັນ 2.525.000 ຄົນ.

        ຕໍ່ໜ້າການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ-19, ຫລາຍປະເທດໄດ້ເພີ່ມທະວີບັນດາມາດຕະການປ້ອງກັນ, ສະກັດກັ້ນ. ກະຊວງການຕ່າງປະເທດ ເຢຍລະມັນ ກໍ່ໄດ້ປະກາດຄຳເຕືອນໄພການທ່ອງທ່ຽວສຳລັບທຸກພາກພື້ນທີ່ມີຄວາມສ່ຽງຕິດເຊື້ອຢ່າງສູງ. ການາດາ, ອາເມລິກາ ສືບຕໍ່ຈຳກັດການເຄືຶ່ອນໄຫວໄປມາບໍ່ຈຳເປັນຜ່ານຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ