ໂລກລະບາດໂຄວິດ-19: ຜູ້ຕິດເຊື້ອຄົນທີ 268 ເປັນເພດຍິງຊາວຊົນເຜົ່າ

(VOVWORLD) -  ຕາມຂໍ້ມູນຂ່າວຈາກຄະນະຊີ້ນຳແຫ່ງຊາດການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃຫ້ຮູ້ວ່າ: ໄລ່ຮອດເວລາ 6 ໂມງ 00 ນາທີ ຂອງວັນທີ 16 ເມສາ, ຫວຽດນາມ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ຕື່ມອີກ 1 ຄົນ (ຄົນທີ 268). 

ຜູ້ຕິດເຊື້ອຄົນດັ່ງກ່າວເປັນເພດຍິງ, ຊົນເຜົ່າມົ້ງ, ດຳລົງຊີວິດຢູ່ເມືອງ ດົ່ງວັນ, ແຂວງ ຮ່າຢາງ. ປັດຈຸບັນ, ຜູ້ຕິດເຊື້ອດັ່ງກ່າວ ພວມຖືກແຍກຕົວ, ປິ່ນປົວຢູ່ໂຮງໝໍຫລາຍຂະແໜງເມືອງ ດົ່ງວັນ, ແຂວງ ຮ່າຢາງ.

        ສະນັ້ນ, ໄລ່ຮອດຈຸດເວລານີ້, ຫວຽດນາມ ມີ 268 ຄົນທີ່ຕິດເຊື້ອພະຍາດໂຄວິດ-19, ໃນນັ້ນ ມີ 160 ຄົນມາຈາກຕ່າງປະເທດ (ກວມເອົາ 59,7%) ແລະ 108 ຄົນຖືກຕິດແປດໃນຊຸມຊົນ (ກວມເອົາ 40,3%). 176/268 ຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປະກາດຫາຍດີເປັນປົກກະຕິ.

        ໃນຂະນະນັ້ນ, ມາຮອດປັດຈຸບັນ, ຈຳນວນເງິນ, ວັດຖຸອຸປະກອນຂອງບັນດາອົງການຈັດຕັ້ງ, ບຸກຄົນທີ່ສະໜັບສະໜູນ ແລະ ຈົດທະບຽນສະໜັບສະໜູນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃນທົ່ວປະເທດ ແມ່ນປະມານ 68 ລ້ານ USD.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ