ໂລກລະບາດໂຄວິດ-19 ຜັນແປຢ່າງສັບສົນຢູ່ບັນດາທະວີບໃນໂລກ

(VOVWORLD) - ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 17 ພະຈິກ (ຕາມເວລາ UTC) ໂລກມີຜູ້ຕິດເຊື້ອໄວຣັດ SARS-CoV-2 ກ່ວາ 55,32 ລ້ານຄົນ, ໃນນັ້ນ ມີກ່ວາ 1,33 ລ້ານຄົນເສຍຊີວິດ.


ໂລກລະບາດໂຄວິດ-19 ຜັນແປຢ່າງສັບສົນຢູ່ບັນດາທະວີບໃນໂລກ - ảnh 1ພາບປະກອບ /  THX/TTXVN

ໃນ 24 ຊົ່ວໂມງຜ່ານມາ, ອາເມລິກາ ສືບຕໍ່ພົບຜູ້ຕິດເຊື້ອ ແລະ ເສຍຊີວິດເປັນຈຳນວນຫລວງຫລາຍ, ມີ 153.892 ຄົນຕິດເຊື້ອໃໝ່ ແລະ ມີ 721 ຄົນເສຍຊີວິດ.

        ປະຈຸບັນ, ອາຊີ ແມ່ນພາກພື້ນທີ່ມີຈຳນວນຜູ້ຕິດເຊື້ອໂຄວິດ-19 ຫລາຍກ່ວາໝູ່ໃນໂລກ (15,16 ລ້ານຄົນ), ໃນນັ້ນ  ອິນເດຍ ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອໂຄວິດ-19 ແມ່ນ 8,87 ລ້ານຄົນ.

        ກ່ຽວກັບບັນຫາວັກຊິນ, ວັນທີ 16 ພະຈິກ, ໂລກໄດ້ຮັບຂ່າວດີ ເມື່ອກຸ່ມບໍລິສັດເຕັກໂນໂລຊີຊີວະພາບ Moderna ຂອງ ອາເມລິກາ ໄດ້ປະກາດວ່າ ວັກຊິນທົດລອງຂອງກຸ່ມບໍລິສັດດັ່ງກ່າວ ໄດ້ເສີມຂະຫຍາຍປະສິດທິຜົນ ເມື່ອສະກັດກັ້ນໄວຣັດ SARS-CoV-2 ໄດ້ເຖິງ 94,5%, ກາຍເປັນກຸ່ມບໍລິສັດການຢາທີສອງຂອງ ອາເມລິກາ ໃນຮອບເວລາ 1 ອາທິດທີ່ປະກາດໝາກຜົນການທົດລອງວັກຊິນກັນໂຄວິດ-19 ຢ່າງມີປະສິດທິຜົນສູງກ່ວາການຄາດຄະເນທີ່ໄດ້ວາງອອກ.

 

ຕອບກັບ

ຂ່າວ/ບົດ​ອື່ນ