ໂລກລະບາດໂຄວິດ-19 ມີການຜັນແປທີ່ສັບສົນຢູ່ບາງປະເທດ

(VOVWORLD) -ທົ່ວໂລກກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 493,7 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 6,18 ລ້ານຄົນ.
ໂລກລະບາດໂຄວິດ-19 ມີການຜັນແປທີ່ສັບສົນຢູ່ບາງປະເທດ - ảnh 1(ພາບປະກອບ: Yonhap/ TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນຄ່ຳວັນທີ 05 ເມສາ, ທົ່ວໂລກກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 493,7 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 6,18 ລ້ານຄົນ.

        ຈຳນວນຜູ້ຕິດເຊື້ອໄວລາຍຣັດໃໝ່ຢູ່ລັດ ນິວຢອກ, ອາເມລິກາ ໄດ້ເພີ່ມຂຶ້ນຄືນໃໝ່ ຍ້ອນການແຜ່ລະບາດຂອງແຊງ BA.2 ຂອງສາຍພັນ Omicron.

        ໃນຂະນະນັ້ນ, ຈຳນວນຜູ້ຕິດເຊື້ອໄວຣັດລາຍໃໝ່ຢູ່ ສ.ເກົາຫຼີ ໃນວັນທີ 05 ເມສາ ໄດ້ເພີ່ມຂຶ້ນຄືນໃໝ່ຢ່າງແຮງເມື່ອທຽບໃສກ່ອນນັ້ນໜຶ່ງວັນ. ລະອຽດແມ່ນ, ຈຳນວນຜູ້ຕິດເຊື້ອໄວຣັດລາຍໃໝ່ເພີ່ມຂຶ້ນເປັນ 266.135 ຄົນ, ສູງກວ່າທົບ 2 ເທົ່າທຽບໃສ່ເມື່ອກ່ອນນັ້ນໜຶ່ງວັນ.

        ສ່ວນຢູ່ ໄທ, ເຈົ້າໜ້າທີ່ສາທາລະນະສຸກຂັ້ນສູງຂອງປະເທດນີ້ໃຫ້ຮູ້ວ່າ, ໄທ ໄດ້ກວດພົບຜູ້ຂົນສົ່ງເຄື່ອງທີ່ສົງໄສຕິດສາຍພັນໃໝ່ຂອງໄວຣັດ SARS-CoV-2 ທີ່ບໍ່ເຄີຍກວດພົບຢູ່ ໄທ ມາກ່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ