ໂລກລະບາດໂຄວິດ-19 ສືບຕໍ່ຜັນແປຢ່າງສັບສົນຢູ່ ສິງກະໂປ, ສ.ເກົາຫຼີ ແລະ ນິວຊີແລນ

(VOVWORLD) - ໂລກລະບາດໂຄວິດ-19 ພວມແຜ່ລະບາດຢ່າງວ່ອງໄວໃນທົ່ວໂລກ, ໃນນັ້ນ ບໍ່ມີໜ້ອຍປະເທດໄດ້ຢັ້ງຢືນຈຳນວນຜູ້ຕິດເຊື້ອສະສົມເພີ່ມຂຶ້ນສູງສຸດນັບແຕ່ເມື່ອໂລກລະບາດແຜ່ລະບາດ.
ໂລກລະບາດໂຄວິດ-19 ສືບຕໍ່ຜັນແປຢ່າງສັບສົນຢູ່ ສິງກະໂປ, ສ.ເກົາຫຼີ ແລະ ນິວຊີແລນ - ảnh 1ໂລກລະບາດໂຄວິດ-19 ສືບຕໍ່ຜັນແປຢ່າງສັບສົນຢູ່ ສິງກະໂປ (ພາບ: THX/TTXVN)

            ວັນທີ 16 ສິງຫາ, ກະຊວງສາທາລະນະສຸກ ສິງກະໂປ ປະກາດວ່າ, ໃນ 24 ຊົ່ວໂມງຜ່ານມາ, ປະເທດນີ້ໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ຕື່ມອີກ 81 ຄົນ, ຍົກຈຳນວນຜູ້ຕິດເຊື້ອຢູ່ປະເທດນີ້ຂຶ້ນເຖິງ 55.661 ຄົນ. ແລະກໍ່ໃນວັນດຽວກັນ, ອົງການຄຸ້ມຄອງ ແລະ ປ້ອງກັນໂລກລະບາດ ສ.ເກົາຫຼີ ໃຫ້ຮູ້ວ່າ ປະຈຸບັນ ຍອດຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ປະເທດນີ້ແມ່ນ 15.314 ຄົນ, ເພີ່ມຂຶ້ນ 279 ຄົນໃນ 24 ຊົ່ວໂມງຜ່ານມາ. ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວໃນວັນທີ 16 ສິງຫາ, ທ່ານຫົວໜ້າສາທາລະນະສຸກ ນິວຊີແລນ - ປອ Ashley Bloomfield ໃຫ້ຮູ້ວ່າ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ຕື່ມອີກ 13 ຄົນໃນ 24 ຊົ່ວໂມງຜ່ານມາ, ຍົກຈຳນວນຜູ້ຕິດເຊື້ອຢູ່ປະເທດນີ້ແມ່ນ 1.271 ຄົນ.

          ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດ 8 ໂມງ 45 ນາທີຂອງວັນທີ 16 ສິງຫາ (ຕາມເວລາ ຫວຽດນາມ) ໂລກມີ 21.600.638 ຄົນຕິດເຊື້ອໂຄວິດ -19 ແລະ ມີ 768.603 ຄົນເສຍຊີວິດ ໃນນັ້ນ ມີ 14.321.853 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ. ອາເມລິກາ ສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 5.529.789 ຄົນ ແລະ ມີ 172.606 ຄົນເສຍຊີວິດ.           

ຕອບກັບ

ຂ່າວ/ບົດ​ອື່ນ