ໂລກລະບາດໂຄວິດ-19 ສືບຕໍ່ມີການຜັນແປຢ່າງສັບສົນຢູ່ຫຼາຍປະເທດ

(VOVWORLD) -ວັນທີ 17 ມີນາ,  Gambia ເຊິ່ງແມ່ນປະເທດໃໝ່ສຸດໃນໂລກມີຜູ້ຕິດເຊື້ອໄວຣັດSARS-CoV-2 ຄົນທຳອິດ.
ໂລກລະບາດໂຄວິດ-19 ສືບຕໍ່ມີການຜັນແປຢ່າງສັບສົນຢູ່ຫຼາຍປະເທດ - ảnh 1

ໄລ່ຮອດວັນທີ 17 ມີນາ, ທົ່ວໂລກໄດ້ມີ 185.000 ຄົນຕິດເຊື້ອໄວຣັດSARS-CoV-2, ໃນນັ້ນມີຜູ້ເສຍຊີວິດເກືອບ 7.500 ຄົນ. ເອີລົບແມ່ນເຂດໃຈກາງແຫ່ງໃໝ່ຂອງໂລກເກີດໂລກລະບາດ ໂຄວິດ-19 ຮ້າຍແຮງທີ່ສຸດ, ເມື່ອໂລກລະບາດນີ້ໄດ້ແຜ່ລະບາດໄປທົ່ວເອີລົບດ້ວຍເລື່ອງ Montenegroມີກໍລະນີຕິດເຊື້ອໄວຣັດSARS-CoV-2 ຄົນທຳອິດ.

        ອີຕາລີຍັງແມ່ນປະເທດເກີດໂລກລະບາດຮ້າຍແຮງທີ່ສຸດ, ເມື່ອວັນທີ 17 ມີນາ, ມີ 345 ຄົນເສຍຊີວິດ, ຍົກຈຳນວນຜູ້ເສຍຊີວິດຢູ່ປະເທດນີ້ຂຶ້ນເຖິງ 2.500 ຄົນ.

ຢູ່ປະເທດຝລັ່ງ, ເຢຍລະມັນ, ໂຮນລັງ, ອັງກິດຈຳນວນຜູ້ຕິດເຊື້ອໄວຣັດໃໝ່ ແລະ ເສຍຊີວິດສືບຕໍ່ໄດ້ເພີ່ມຂຶ້ນ.ໃນຂະນະນັ້ນ, ຢູ່ປະເທດອາເມລິກາ ແລະ ອີຣານ ກໍ່ສືບຕໍ່ລະບາດຢ່າງແຮງແລະແຜ່ລາມອອກສູ່ວົງກວ້າງ.

ໃນຂະນະນັ້ນ, ຢູ່ພາກພື້ນອາຊຽນ, ວັນທີ 17 ມີນາ, ກະຊວງສາທາລະນະສຸກສິງກະໂປໃຫ້ຮູ້ວ່າ, ມີຜູ້ຕິດເຊື້ອໄວຣັດSARS-CoV-2 ໃໝ່ຕື່ມອີກ 23 ຄົນ, ຍົກຈຳນວນຜູ້ຕິດໂຄວິດ-19 ຂຶ້ນເປັນ 226 ຄົນ. ຢູ່ກຳປູເຈຍກໍ່ມີຜູ້ຕິດເຊື້ອໄວຣັດSARS-CoV-2ໃໝ່ຕື່ມອີກ 9 ຄົນ, ຍົກຈຳນວນຜູ້ຕິດໂຄວິດ-19 ຂຶ້ນເປັນ 33 ຄົນ. ສ່ວນຢູ່ໄທມີຜູ້ຕິດເຊື້ອໄວຣັດSARS-CoV-2 ໃໝ່ຕື່ມອີກ 30 ຄົນ, ຍົກຈຳນວນຜູ້ຕິດໂຄວິດ-19 ຂຶ້ນເປັນ 177 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ