ໂລກລະບາດໂຄວິດ-19: ສະພາບໂລກລະບາດຂອງວັນທີ 13 ພະຈິກ

(VOVWORLD) -ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ສະສົມທັງໝົດ 53,06 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 1,29 ລ້ານຄົນ.

ໂລກລະບາດໂຄວິດ-19: ສະພາບໂລກລະບາດຂອງວັນທີ 13 ພະຈິກ - ảnh 1 ອາເມລິກາ ແມ່ນປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19

(ພາບປະກອບ: AFP/TTXVN)

ຕາມບົດລາຍງານຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລ້ວ, ນັບແຕ່ເວລາ 18 ໂມງຂອງວັນທີ 12 ພະຈິກ ຮອດເວລາ 6 ໂມງຂອງວັນທີ 13 ພະຈິກ, ຫວຽດນາມ ບໍ່ພົບກໍລະນີຕິດເຊື້ອໃໝ່. ປະຈຸບັນ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ຫວຽດນາມ ແມ່ນ 1.253 ຄົນ, ຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 1.093 ຄົນ; ຜູ້ເສຍຊີວິດ 35 ຄົນ. ເປັນມື້ທີ 72 ແລ້ວທີ່ ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນ.

ຕາມເວັບໄຊສະຖິຕິ worldometers.info, ໄລ່ຮອດເວລາ 8 ໂມງຂອງວັນທີ 13 ພະຈິກ (ຕາມເວລາ ຫວຽດນາມ), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ສະສົມທັງໝົດ 53,06 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 1,29 ລ້ານຄົນ.

ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ອາເມລິກາ ແມ່ນປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19, ຜູ້ຕິດເຊື້ອໃໝ່ໄດ້ເພີ່ມຂຶ້ນສູນກວ່າໝູ່ແມ່ນ 153.902 ຄົນ ແລະ ມີຜູ້ເສຍຊີວິດ 1.095 ຄົນ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ຂອງປະເທດນີ້ຂຶ້ນເປັນ 10,86 ລ້ານຄົນ ແລະ ມີຜູ້ເສຍຊີວິດ 248.493 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ