ໂລກລະບາດໂຄວິດ-19: ຫຼາຍປະເທດເອີລົບ ມີຜູ້ຕິດເຊື້ອພະຍາດເພີ່ມຂຶ້ນຫຼາຍແບບບໍ່ເຄີຍມີມາກ່ອນ

(VOVWORLD) -ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດກວ່າ 41,69 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 1,14 ລ້ານຄົນ. 
ໂລກລະບາດໂຄວິດ-19: ຫຼາຍປະເທດເອີລົບ ມີຜູ້ຕິດເຊື້ອພະຍາດເພີ່ມຂຶ້ນຫຼາຍແບບບໍ່ເຄີຍມີມາກ່ອນ - ảnh 1(ພາບປະກອບ: AP)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ ຂອງວັນທີ 23 ຕຸລາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດກວ່າ 41,69 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 1,14 ລ້ານຄົນ.  ມີກວ່າ 31,16 ລ້ານຄົນທີ່ຕິດເຊື້ອພະຍາດ SARS-CoV-2 ມີຜົນກວດອອກເປັນລົບກັບໂຄວິດ-19, ໃນຂະນະທີ່ຍັງມີ 9,65 ລ້ານກວ່າຄົນ ມີຜົນກວດອອກມາເປັນບວກ.

        ໃນຮອບເວລາ 24 ຊົ່ວໂມງຜ່ານມາ, 3 ປະເທດທີ່ກວດພົບກໍລະນີຕິດເຊື້ອພະຍາດຫຼາຍທີ່ສຸດໃນໂລກແມ່ນ ອາເມລິກາ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 70.645 ຄົນ, ອິນເດຍ ແມ່ນ 54.482 ຄົນ ແລະ ຝລັ່ງແມ່ນ 41.622 ຄົນ.

        ໃນຂະນະນັ້ນ, ກະແສໂລກພະຍາດແຜ່ລະບາດຄັ້ງທີ 2 ຢູ່ພາກພື້ນເອີລົບ ແມ່ນໄວທີ່ສຸດ. ຖັດຈາກຝລັ່ງ ແມ່ນ ອັງກິດ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຢືນອັນດັບທີ 2. ອີຕາລີ, ແບນຊິກ, ສ.ເຊັກໂກ, ໂປໂລຍ… ລ້ວນແຕ່ກວດພົບຜູ້ຕິດເຊື້ອໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ