ໂລກລະບາດໂຄວິດ-19: ອັບເດດສະພາບການໂລກລະບາດໃນວັນທີ 02 ກັນຍາ

(VOVWORLD) -ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ເກືອບ 220 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 4,5 ລ້ານຄົນ.
ໂລກລະບາດໂຄວິດ-19: ອັບເດດສະພາບການໂລກລະບາດໃນວັນທີ 02 ກັນຍາ - ảnh 1(ພາບປະກອບ)

ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກຫວຽດນາມ ແລ້ວ, ນັບແຕ່ເວລາ 18 ໂມງຂອງວັນທີ 01 ກັນຍາ ຫາເວລາ 18 ໂມງຂອງວັນທີ 02 ກັນຍາ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 13.197 ຄົນ, ໃນນັ້ນນະຄອນໂຮ່ຈີມິນ ແມ່ນ 5.963 ຄົນ. ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 10.062 ຄົນ. ສະນັ້ນ, ຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດແມ່ນ 486.727 ຄົນ. ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 259.324 ຄົນ.

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຕິຖິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 02 ກັນຍາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ເກືອບ 220 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 4,5 ລ້ານຄົນ. ໃນນັ້ນປະເທດຖືກຜົນສະທ້ອນຢ່າງໃຫຍ່ຫຼວງທີ່ສຸດຍັງແມ່ນ ອາເມລິກາ, ຖັດຈາກນັ້ນແມ່ນອິນເດຍ ແລະ ບຣາຊິນ.

        ໃນເຫດການໃໝ່, ຍີ່ປຸ່ນ ໄດ້ກວດພົບ 2 ກໍລະນີຕິດເຊື້ອພະຍາດສາຍພັນ Mu, ເຊິ່ງແມ່ນໄວຣັດສາຍພັນໃໝ່ຂອງໄວຣັດ SARS-CoV-2 ເຊິ່ງອົງການອະນາໄມໂລກ (WHO) ຈັດເຂົ້າບັນຊີ “ສາຍພັນໃໝ່ທີ່ໜ້າສົນໃຈ”. ມາຮອດປະຈຸບັນ, ໄວຣັດສາຍພັນໃໝ່ນີ້ໄດ້ກວດພົບຢ່າງໜ້ອຍສຸດຢູ່ 39 ປະເທດ, ໃນນັ້ນມີບັນດາປະເທດຢູ່ ອາເມລິກາໃຕ້ ແລະ ເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ