ໂລກລະບາດໂຄວິດ-19 ເຮັດໃຫ້ກວ່າ 4,4 ລ້ານຄົນເສຍຊີວິດ

(VOVWORLD) -ທົ່ວໂລກມີຜູ້ຕິດເຊື້ອພະຍາດທັງໝົດກວ່າ 211.502.000 ຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 4.426.000 ຄົນ ແລະ ກວ່າ 189.255.000 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ
ໂລກລະບາດໂຄວິດ-19 ເຮັດໃຫ້ກວ່າ 4,4 ລ້ານຄົນເສຍຊີວິດ - ảnh 1ທົ່ວໂລກມີີຜູ້ເສຍຊີວິດກວ່າ 4.426.000 ຄົນ
(ພາບປະກອບ: AFP/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 21 ສິງຫາ (ເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດທັງໝົດກວ່າ 211.502.000 ຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 4.426.000 ຄົນ ແລະ ກວ່າ 189.255.000 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ, ໃນຂະນະທີ່ຍັງມີ 17.820.000 ຄົນພວມໄດ້ຮັບການປິ່ນປົວ. ຢືນອັນດັບໜຶ່ງໃນໂລກກ່ຽວກັບຈຳນວນຜູ້ຕິດເຊື້ອພະຍາດໂວຄິດ19 ຍັງຄົງແມ່ນ ອາເມລິກາ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ