ໂລກລະບາດໂຄວິດ-19 ໃນທົ່ວໂລກຍັງມີການຜັນແປຢ່າງຮ້າຍແຮງ

(VOVWORLD) -ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 44.234.182 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.171.260 ຄົນ.

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 28 ຕຸລາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 44.234.182 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.171.260 ຄົນ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 32.439.173 ຄົນ.

        ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອພະຍາດ 9.037.951 ຄົນ, ມີຜູ້ເສຍຊີວິດ 232.085 ຄົນ. ຫຼາຍອັນດັບທີ 2 ແມ່ນ ອິນເດຍ, ຖັດຈາກນັ້ນແມ່ນ ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ