ໂລກອາຣັບ ກ່າວປະນາມ ອິດສະຣາແອັນ, ຮຽກຮ້ອງໃຫ້ຢຸດຕິການປະທະກັນຢູ່ເຂດ ກາຊາ

(VOVWORLD) - ເຈົ້າຟ້າຊາຍ ຊາອຸດິ ອາຣັບບິ  Mohammed bin Salman, ຢືນຢັນວ່າ, ປະເທດນີ້ສະໜັບສະໜູນການສ້າງລັດ ປາແລັດສະຕິນ ເອກະລາດ ແລະ ໄດ້ຮັບການຮັບຮູ້ຈາກປະຊາຄົມສາກົນ.
ໂລກອາຣັບ ກ່າວປະນາມ ອິດສະຣາແອັນ, ຮຽກຮ້ອງໃຫ້ຢຸດຕິການປະທະກັນຢູ່ເຂດ ກາຊາ - ảnh 1ເຈົ້າຟ້າຊາຍ ຊາອຸດິ ອາຣັບບິ  Mohammed bin Salman, ຢືນຢັນວ່າ, ປະເທດນີ້ສະໜັບສະໜູນການສ້າງລັດ ປາແລັດສະຕິນ ເອກະລາດ
(ພາບປະກອບ: THX/TTXVN)

        ຕ້ອງຢຸດຕິບັ້ນບຸກໂຈມຕີທີ່ເປັນໂທດກຳຂອງກອງທັບ ອິດສະຣາແອັນ ຕ້ານຊາວ ປາແລັດສະຕິນ ຢູ່ເຂດ ກາຊາ ໃນທັນທີ ແລະ ຊຸກຍູ້ການສ້າງລັດ ປາແລັດສະຕິນ ເອກະລາດ ເພື່ອສ້າງຄວາມໝັ້ນຄົງ, ສະຖຽນລະພາບໃຫ້ແກ່ພາກພື້ນ ຕາເວັນອອກກາງ. ນີ້ແມ່ນສານທີ່ການນຳ ອາຣັບ ຫຼາຍທ່ານໄດ້ເນັ້ນໜັກເປັນພິເສດທີ່ວາລະໄຂກອງປະຊຸມສຸດຍອດ ອາຣັບ ຄັ້ງທີ 33, ຈັດຂຶ້ນໃນຕອນບ່າຍວັນທີ 16 ພຶດສະພາ, ຢູ່ Manama, ບາເຣັນ.

        ກ່າວຄຳເຫັນທີ່ກອງປະຊຸມ, ເຈົ້າຟ້າຊາຍ ຊາອຸດິ ອາຣັບບິ  Mohammed bin Salman, ຢືນຢັນວ່າ, ປະເທດນີ້ສະໜັບສະໜູນການສ້າງລັດ ປາແລັດສະຕິນ ເອກະລາດ ແລະ ໄດ້ຮັບການຮັບຮູ້ຈາກປະຊາຄົມສາກົນ. ກ່ຽວກັບການປະທະກັນຢູ່ເຂດ ກາຊາ, ເຈົ້າຟ້າຊາຍ ຮຽກຮ້ອງໃຫ້ປະຊາຄົມສາກົນ ເພີ່ມທະວີການກະທຳ ແລະ ສະໜັບສະໜູນຄວາມມານະພະຍາຍາມຢຸດຍິງ, ຢຸດຕິການປະທະກັນຢູ່ເຂດນີ້.

        ໂດຍມີທັດສະນະເຊັ່ນດຽວກັນ, ເຈົ້າຊີວິດ ຈໍແດນ Abdullah II, ທ່ານປະທານາທິບໍດີ ອີຢິບ Abdel Fattah El Sisi, ທ່ານເລຂາທິການໃຫຍ່ສະຫະພັນ ອາຣັບ Ahmed Aboul Gheit ພ້ອມກັບການນຳ ອາຣັບ ຫຼາຍທ່ານ, ໄດ້ຮຽກຮ້ອງໃຫ້ຢຸດຕິການປະທະກັນໃນທັນທີ, ຊຸກຍູ້ການເຈລະຈາ ແລະ ຜັນຂະຫຍາຍມາດຕະການ 2 ລັດ.

        ໃນຖະແຫຼງການສິ້ນສຸດກອງປະຊຸມ, ບັນດາການນຳ ອາຣັບ ໄດ້ຮຽກຮ້ອງຜັນຂະຫຍາຍກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ ໄປຍັງບັນດາເຂດດິນແດນ ປາແລັດສະຕິນ ລວມທັງເຂດ ກາຊາ, ເຂດຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ ແລະ ເຂດ ເຢຢູຊາແລມຕາເວັນອອກ, ເພືື່ອປົກປ້ອງຊາວ ປາແລັດສະຕິນ ຈົນກວ່າຈະຮອດເວລາມີມາດຕະການແກ້ໄຂ 2 ລັດ ໄດ້ປະຕິບັດ, ໝາຍຄວາມວ່າ ສ້າງຕັ້ງລັດ ປາແລັດສະຕິນ ເອກະລາດ.

ຕອບກັບ

ຂ່າວ/ບົດ​ອື່ນ