ໂລກຮັບຮູ້ມີຜູ້ຕິດເຊື້ອພະຍາດ Covid-19 ກ່ວາ 180.000 ຄົນ

(VOVWORLD) - ຈຳນວນຜູ້ຕິດເຊື້ອພະຍາດ Covid-19 ໃນທົ່ວໂລກໄດ້ຂຶ້ນເຖິງ 182.383 ຄົນ ແລະ ມີ 7.144 ຄົນເສຍຊີວິດ. 
ໂລກຮັບຮູ້ມີຜູ້ຕິດເຊື້ອພະຍາດ Covid-19 ກ່ວາ 180.000 ຄົນ - ảnh 1ພາບປະກອບ / AFP

ເຊື້ອພະຍາດ Covid-19 ສືບຕໍ່ແຜ່ລະບາດອອກສູ່ວົງກວ້າງ ແລະ ມີການຜັນແປຢ່າງສັບສົນ ເມື່ອເກີດຂຶ້ນຢູ່ 163 ປະເທດ ແລະ ເຂດແຄ້ວນໃນໂລກ. ເອີຣົບ ໄດ້ກາຍເປັນສະຖານທີ່ເກີດເຊື້ອພະຍາດຢ່າງຮ້າຍແຮງຂອງທົ່ວໂລກ, ໃນຂະນະທີ່ ຈີນ ເຊິ່ງແມ່ນປະເທດເກີດມີເຊື້ອພະຍາດທຳອິດໃນໂລກ ກໍ່ພວມມີຈຳນວນຜູ້ຕິດເຊື້ອໃໝ່ ແລະ ຜູ້ເສຍຊີວິດຫລຸດລົງຫລາຍ. ໂຄສົກອົງການ WHO ໃຫ້ຮູ້ວ່າ: ປັດຈຸບັນ, ເອີຣົບ ໄດ້ກາຍເປັນສະຖານທີ່ແຫ່ງໃຫມ່ເກີດໂລກລະບາດ Covid-19 ທີ່ຮ້າຍແຮງ, ເປັນຫນ້າສົນໃຈແມ່ນປະເທດ ອີຕາລີ  “ບ່ອນເກີດເຊື້ອຢ່າງຮ້າຍແຮງ” (ຮັງເຊື້ອໃຫຍ່ທີ່ສຸດ).

        ຈຳນວນຜູ້ຕິດໄວຣັດ SARS-CoV-2 ຢູ່ປະເທດ ແອັດສະປາຍ ພວມເພີ່ມຂຶ້ນຢ່າງແຮງ ດ້ວຍຕົວເລກຜູ້ຕິດເຊື້ອດັ່ງກ່າວແມ່ນ 8.744 ຄົນ, ໃນຂະນະນັ້ນ ມີຜູ້ເສຍຊີວິດແມ່ນ 297 ຄົນ.

        ຢູ່ປະເທດ ຝຣັ່ງ, ກະຊວງສາທາລະນະສຸກປະເທດນີ້ ໄດ້ໃຫ້ຮູ້ວ່າ: ມີ 6.633 ຄົນຕິດເຊື້ອໄວຣັດ SARS-CoV-2  ແລະ ມີ 148 ຄົນເສຍຊີວິດ.

        ຢູ່ປະເທດ ເຢຍລະມັນ, ໄລ່ມາຮອດຈຸດເວລານີ້, ມີ 6.612 ຄົນຕິດໄວຣັດ SARS-CoV-2 ແລະ ມີ 13 ຄົນເສຍຊີວິດ. ເຢຍລະມັນ ກໍໄດ້ຈັດວາງບັນດາມາດຕະການຄວບຄຸມຊາຍແດນກັບປະເທດ ໂອຕາລິດ, ແດນມາກ, ຝຣັ່ງ, ລຸກຊຳບວກ ແລະ ຊູແອັດ.

        ປະເທດ ມາເລເຊຍ ໄດ້ກາຍເປັນສະຖານທີ່ເກີດເຊື້ອພະຍາດຢ່າງຮ້າຍແຮງຢູ່ພາກພື້ນ ອາຊຽນ ເມື່ອປະເທດນີ້ ໄດ້ຮັບຮູ້ວ່າ ມີຜູ້ຕິດເຊື້ອພະຍາດ Covid-19 ຕື່ມອີກ 125 ຄົນ, ຍົກຈຳນວນຜູ້ຕິດເຊື້ອດັ່ງກ່າວຢູ່ປະເທດນີ້ ແມ່ນ 553 ຄົນ.

        ໃນວັນທີ 16 ມີນາ, ຢູ່ ອາຟຣິກກາ, ບັນດາປະເທດ Tanzania, Somalia, Liberia ແລະ Benin ໄດ້ປະກາດມີຜູ້ຕິດເຊື້ອ Covid-19 ຄົນທຳອິດ. ປັດຈຸບັນ, ຢູ່ ອາຟຣິກກາ ມີປະມານ 31 ປະເທດໄດ້ກວດພົບມີຜູ້ຕິດເຊື້ອພະຍາດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ