ໂລກໃຫ້ຄຳໝັ້ນສັນຍາປະກອບເງິນ 8,8 ຕື້ USD ທີ່ກອງປະຊຸມສຸດຍອດ ວັກຊິນທົ່ວໂລກ 2020

(VOVWORLD) -ບັນດາການນຳໂລກໄດ້ຍົກອອກຄຳໝັ້ນສັນຍາທີ່ມີລັກສະນະປະຫວັດສາດ, ນັ້ນແມ່ນຮັບປະກັນເພື່ອໃຫ້ທຸກຄົນໃນໂລກມີຄວາມສະເໝີພາບໃນການສຳຜັດກັບວັກຊິນ.

ກອງປະຊຸມສຸດຍອດວັກຊິນທົ່ວໂລກ (Global Vaccine Summit 2020) ໂດຍອັງກິດ ເປັນປະທານຖືກດຳເນີນໃນວັນທີ 04 ມິຖຸນາ, ລະດົມເງິນໄດ້ 8,8 ຕື້ USD ຈາກ 32 ລັດຖະບານ ແລະ 12 ກອງທຶນ, ບໍລິສັດ ແລະ ບັນດາອົງການຈັດຕັ້ງໃນທົ່ວໂລກ ເພື່ອຜະລິດວັກຊິນປ້ອງກັນ, ຕ້ານບັນດາພະຍາດຊະນິດຕ່າງໆຄື ພະຍາດໝາກແດງ, ພະຍາດເປ້ຍລ່ອຍ ແລະ ຄໍຕີບ ໃຫ້ເດັກນ້ອຍກວ່າ 300 ລ້ານຄົນ ຢູ່ບັນດາປະເທດທຸກຍາກກວ່າໝູ່ໃນໂລກ ໃນໄລຍະ 2021 – 2025, ພ້ອມທັງຊ່ວຍໃຫ້ໂລກໃນການຕໍ່ສູ້້ຕ້ານໂລກລະບາດໂຄວິດ-19. ບັນດາການນຳໂລກໄດ້ຍົກອອກຄຳໝັ້ນສັນຍາທີ່ມີລັກສະນະປະຫວັດສາດ, ນັ້ນແມ່ນຮັບປະກັນເພື່ອໃຫ້ທຸກຄົນໃນໂລກມີຄວາມສະເໝີພາບໃນການສຳຜັດກັບວັກຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ