ໂອກາດດ້ານເສດຖະກິດຫຼັງໂຄວິດ-19, ບົດຮຽນຈາກ ຫວຽດນາມ

(VOVWORLD) - ໜັງສືພິມອີຢິບວັນນີ້ (Almasryalyoum) ຫາກໍ່ມີບົດຕີລາຄາກ່ຽວກັບບັນດານະໂຍບາຍ ແລະ ຍຸດທະສາດຂອງ ຫວຽດນາມ ເພື່ອຍາດແຍ່ງບັນດາກາລະໂອກາດດ້ານເສດຖະກິດໄລຍະຫຼັງໂຄວິດ-19.
ໂອກາດດ້ານເສດຖະກິດຫຼັງໂຄວິດ-19, ບົດຮຽນຈາກ ຫວຽດນາມ - ảnh 1 (ພາບປະກອບ)

ນັກຂ່າວ Mohamed Kamal ຖືວ່າ: ເພື່ອຮັບມືກັບໄລຍະຫຼັງໂຄວິດ-19, ຫວຽດນາມ ໄດ້ມີບັນດາຍຸດທະສາດ ແລະ ນະໂຍບາຍທີ່ເໝາະສົມໃນໄລຍະສັ້ນ ແລະ ໄລຍະກາງ ເພື່ອຟື້ນຟູເສດຖະກິດ ແລະ ບົດຮຽນນັ້ນ ສາມາດນຳໃຊ້ຢູ່ ອີຢິບ ແລະ ບັນດາປະເທດ ອາຣັບອື່ນໆ. ສຳລັບບັນດາຂົງເຂດອື່ນຄື ການທ່ອງທ່ຽວ, ລັດຖະບານ ຫວຽດນາມ ໄດ້ໜູນຊ່ວຍບັນດາບໍລິສັດການບິນ, ບໍລິສັດການທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ ແລະ ເຂດພັກຜ່ອນບຳລຸງສຸຂະພາບ ເພື່ອສະໜອງບັນດາລາຍການທ່ອງທ່ຽວລາຄາຖືກ ແນໃສ່ດຶງດູດແຂກທ່ອງທ່ຽວຢູ່ພາຍໃນ ແລະ ສາກົນພາຍຫລັງໂລກລະບາດໂຄວິດ-19. ນະໂຍບາຍໄລຍະກາງໜຶ່ງອີກທີ່ດຶງດູດຄວາມສົນໃຈ ນັ້ນແມ່ນລະບົບສະໜອງ. ລັດຖະບານ ຫວຽດນາມ ຖືນີ້ແມ່ນໂອກາດໃຫຍ່ ເພື່ອດຶງດູດບັນດາບໍລິສັດລົງທຶນ ແນໃສ່ຈຸດປະສົງປ່ຽນແປງລະບົບສະໜອງ ແລະ ເອົາໃຈໃສ່ເປັນພິເສດເຖິງການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດຄືໃຫ້ບຸລິມະສິດດ້ານພາສີອາກອນ, ໜູນຊ່ວຍການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທ້ອງຖິ່ນ ແລະ ນຳໃຊ້ຜະລິດຕະພັນຂອງນັກລົງທຶນໃນບັນດາໂຄງການທ້ອງຖິ່ນ. ນັ້ນແມ່ນບັນດານະໂຍບາຍເພື່ອຍາດແຍ່ງໂອກາດຂອງ ຫວຽດນາມ ເຊິ່ງຫລາຍປະເທດອາຣັບ ສາມາດໝູນໃຊ້ເຂົ້າປະເທດຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ