ໂອ​ກາດເພື່ອ​ສົ່ງ​ອອກ​ສິນ​ຄ້າ ຫວຽດ​ນາມ ຜ່ານ​ທາງ​ອອນ​ລາຍ

(VOVWORLD) -“ໂລກລະບາດໂຄວິດ - 19 ພວມສ້າງກາລະໂອກາດ ກໍຄືສິ່ງທ້າທາຍຫຼາຍຢ່າງໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ. ບັນດາວິສາຫະກິດສົ່ງອອກ ແລະ ຈຳໜ່າຍຕ່າງກໍໄດ້ ແລະ ກຳລັງປ່ຽນແປງຍຸດທະສາດດຳເນີນທຸລະກິດ, ພັດທະນາຜ່ານພື້ນຖານດີຈີຕອນ, ບໍ່ພຽງແຕ່ຢູ່ ຫວຽດນາມ ເທົ່ານັ້ນ ຫາກຍັງພັດທະນາອອກສູ່ທົ່ວໂລກອີກດ້ວຍ..."

ຕອນເຊົ້າວັນທີ 28 ເມສາ, ກົມການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ພ້ອມກັບ  Amazon global Selling - ໂປຼແກຼມການຄ້າເອເລັກໂຕນິກທົ່ວໂລກທີ່ໃຫຍ່ທີ່ສຸດໃນໂລກ ໄດ້ປະກາດຈະເປີດກວ້າງການຮ່ວມມື, ພ້ອມກັນໜູນຊ່ວຍວິສາຫະກິດ ຫວຽດນາມ ພັດທະນາຜ່ານການຄ້າເອເລັກໂຕນິກຂ້າມຊາຍແດນ, ໃນນັ້ນ, ຈຸດສຸມແມ່ນໂຄງການ “ສັງກາດບຸກທະລຸ - ສິນຄ້າ ຫວຽດນາມ ສົ່ງໄປເດີນໄກ”.

        ໂຄງການດັ່ງກ່າວ ເພື່ອແນໃສ່ໜູນຊ່ວຍຜູ້ຂາຍສິນຄ້າ ຫວຽດນາມ ຫຼື ສິນຄ້າທີ່ຜະລິດຢູ່ ຫວຽດນາມ ໄດ້ສົ່ງອອກໄປຍັງຕ່າງປະເທດ. ທ່ານນາງ ລ້າຍຫວຽດແອັງ, ຮອງຫົວໜ້າກົມໃຫຍ່ກົມການຄ້າເອເລັກໂຕນິກ  ແລະ ເສດຖະກິດດີຈີຕອນ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຖືວ່າ: ນີ້ແມ່ນໂອກາດທີ່ໃຫຍ່ຫຼວງສຳລັບບັນດາວິສາຫະກິດ ຫວຽດນາມ, ໂດຍສະເພາະ ແມ່ນວິສາຫະກິດຂະໜາດໜ້ອຍ ແລະ ກາງ.

        “ໂລກລະບາດໂຄວິດ - 19 ພວມສ້າງກາລະໂອກາດ ກໍຄືສິ່ງທ້າທາຍຫຼາຍຢ່າງໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ. ບັນດາວິສາຫະກິດສົ່ງອອກ ແລະ ຈຳໜ່າຍຕ່າງກໍໄດ້ ແລະ ກຳລັງປ່ຽນແປງຍຸດທະສາດດຳເນີນທຸລະກິດ, ພັດທະນາຜ່ານພື້ນຖານດີຈີຕອນ, ບໍ່ພຽງແຕ່ຢູ່ ຫວຽດນາມ ເທົ່ານັ້ນ ຫາກຍັງພັດທະນາອອກສູ່ທົ່ວໂລກອີກດ້ວຍ. ຫວຽດນາມ ພວມມີລະດັບການເຕີບໂຕການຄ້າເອເລັກໂຕນິກຂ້າມຊາຍແດນສູງທີ່ສຸດໃນທົ່ວໂລກ, ດ້ວຍ 3,7%. ເພື່ອຊຸກຍູ້ການເຄື່ອນໄຫວດັ່ງກ່າວ ໃຫ້ພັດທະນາຢ່າງແຮງກວ່ານັ້ນ ບໍ່ພຽງແຕ່ຕ້ອງມີແຜນນະໂຍບາຍ, ນະໂຍບາຍທີ່ດີເທົ່ານັ້ນ ຫາກຍັງຕ້ອງມີຄວາມມານະພະຍາຍາມຂອງວິສາຫະກິດ ແລະ ທັງພື້ນຖານການຄ້າເອເລັກໂຕນິກທົ່ວໂລກທີ່ມີອິດທິພົນຊື່ສຽງຄື Amazon ອີກດ້ວຍ.”

ຕອບກັບ

ຂ່າວ/ບົດ​ອື່ນ