ໂອກາດເພື່ອໃຫ້ນັກຂ່າວສາກົນຊອກຮູ້ກ່ຽວກັບວັດທະນະທຳ, ຊາວ ຫວຽດນາມ

(VOVWORLD) - ນັກຂ່າວສາກົນຈຳນວນຫລວງຫລາຍໄດ້ສະແດງຄວາມປະທັບໃຈຕໍ່ວຽກງານຈັດຕັ້ງ, ການກະກຽມຢ່າງລອບຄອບຖີ່ຖ້ວນ, ມີລັກສະນະມືອາຊີບຂອງ ຫວຽດນາມ ແລະ ປາດຖະໜາຢາກຊອກຮູ້ກ່ຽວກັບວັດທະນະທຳ, ຊາວ ຫວຽດນາມ ຕື່ມອີກ.

ປະຕິບັດວຽກງານການຂ່າວຢູ່ ຮ່າໂນ້ຍ ໃນຊຸມວັນນີ້ ກ່ຽວກັບກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຄັ້ງທີ 2, ນັກຂ່າວສາກົນຈຳນວນຫລວງຫລາຍໄດ້ສະແດງຄວາມປະທັບໃຈຕໍ່ວຽກງານຈັດຕັ້ງ, ການກະກຽມຢ່າງລອບຄອບຖີ່ຖ້ວນ, ມີລັກສະນະມືອາຊີບຂອງ ຫວຽດນາມ ແລະ ປາດຖະໜາຢາກຊອກຮູ້ກ່ຽວກັບວັດທະນະທຳ, ຊາວ ຫວຽດນາມ ຕື່ມອີກ.

ໂອກາດເພື່ອໃຫ້ນັກຂ່າວສາກົນຊອກຮູ້ກ່ຽວກັບວັດທະນະທຳ, ຊາວ ຫວຽດນາມ - ảnh 1(ພາບປະກອບ) 

        ມາ ຫວຽດນາມ ໄດ້ເກືອບ 1 ອາທິດ, ກ່ອນທີ່ດຳເນີນກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ, ນັກຂ່າວ Lee Jeong-ho, ໜັງສືພິມ South China Morning Post ສາຂາ ຮົ່ງກົງ ໄດ້ຕີລາສູງພື້ນຖານວັດຖຸ, ພາຫະນະອຸປະກອນຮັບໃຊ້ໃຫ້ແກ່ຖັນແຖວນັກຂ່າວຢູ່ສູນສື່ມວນຊົນສາກົນ. ນັກຂ່າວ Lee Jeong-ho ແບ່ງປັນວ່າ: ລາວມີຄວາມປະທັບໃຈທີ່ສຸດຕໍ່ວຽກງານຈັດຕັ້ງຂອງ ຫວຽດນາມ ແລະ ນະຄອນຫລວງ ຮ່າໂນ້ຍ. ສູນສື່ມວນຊົນສາກົນມີອຸປະກອນວັດຖຸທັນສະໄໝ, ອິນເຕີເນັດໄວ, ອາຫານແຊບ ທີ່ເຂັ້ມຂຸ້ນໄປດ້ວຍສີສັນ ຫວຽດນາມ.

        ເຄີຍເອົາຂ່າວທີ່ກອງປະຊຸມ APEC ຫວຽດນາມ 2017 ຢູ່ ດ່າໜັງ ແລະ ມີຄວາມປະທັບໃຈທີ່ສຸດຕໍ່ວຽກງານຈັດຕັ້ງຂອງ ຫວຽດນາມ, ພາຍຫລັງປະຕິບັດວຽກງານເອົາຂ່າວຢູ່ສູນສື່ມວນຊົນສາກົນມາເປັນເວລາ 2 ວັນ, ນັກຂ່າວ Najin Elkhash ມາຈາກຊ່ອງໂທລະພາບ France 24 ໄດ້ສະແດງຄວາມເພີ່ງພໍໃຈຕໍ່ການກະກຽມຢ່າງລອບຄອບຖີ່ຖ້ວນ, ທີ່ມີລັກສະນະ,nອາຊີບຂອງ ຫວຽດນາມ. ນັກຂ່າວ Najin Elkhash ແບ່ງປັນວ່າ: ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຄັ້ງທີ 2 ແມ່ນໂອກາດໃຫຍ່ຫລວງ ເພື່ອໃຫ້ ຫວຽດນາມ ກາຍເປັນສະຖານທີ່ສ້າງຄວາມສົນໃຈຈາກໂລກ. ຫວຽດນາມ ແລະ ນະຄອນຫລວງ ຮ່າໂນ້ຍ ຄວນຍາດແຍ່ງກາລະໂອກາດນີ້ ເພື່ອໂຄສະນາການທ່ອງທ່ຽວ, ການລົງທຶນໃຫ້ປະເທດຊາດ, ແມ່ນຈຸດນັດພົບທີ່ປອດໄພ, ສະໜິດສະໜົມ, ປະຊາຊົນຮັກແພງແຂກຄົນ, ດຸໝັ່ນຂະຫຍັນພຽນ ແລະ ປະດິດຄິດສ້າງ, ມີພື້ນຖານເສດຖະກິດພັດທະນາໃນໃຈກາງເຂດ ອາຊຽນ ພວມພັດທະນາຂະຫຍັນຂັນເຄື່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ