ໂອ​ຕາ​ລິດ ຈັບ​ຕົວ 3 ​ເປົ້າ​ໝາຍ ທີ່ຖືກ​ສົ​ງ​ໄສວ່າ​ມີ​ກົນ​ອຸ​ບາຍ​ບຸກ​ໂຈມ​ຕີ​ຢູ່ ເອີ​ຣົບ

(VOVWORLD) - ບັນດາຜູ້ຖືກສົງໄສ “ໄດ້ປຶກສາຫາລືກ່ຽວກັບແຜນການບຸກໂຈມຕີຢູ່ Vienna, Cologne ແລະ Madrid” ແຕ່ບໍ່ມີການນາບຂູ່ໃນທັນທີກ່ຽວກັບການບຸກໂຈມຕີຢູ່ Vienna.  
ໂອ​ຕາ​ລິດ ຈັບ​ຕົວ 3 ​ເປົ້າ​ໝາຍ ທີ່ຖືກ​ສົ​ງ​ໄສວ່າ​ມີ​ກົນ​ອຸ​ບາຍ​ບຸກ​ໂຈມ​ຕີ​ຢູ່ ເອີ​ຣົບ - ảnh 1ຕຳຫຼວດຍາມຢູ່ໂບດ St. Stephen ຢູ່ ວຽນ (ໂອຕາລິດ) ໃນວັນທີ 24/12/2023 (ພາບ: DPA)

ວັນທີ 24 ທັນວາ, ເຈົ້າໜ້າທີ່ ໂອຕາລິດ ໄດ້ຈັບຕົວ 3 ເປົ້າໝາຍຂອງປະເທດນີ້ ຍ້ອນຖືກສົງໄສວ່າ ມີສ່ວນກ່ຽວຂ້ອງເຖິງ “ເຄືອຂ່າຍອິດສະລາມຂ້າມຊາດ” ໃນສະພາບການທີ່ຕຳຫຼວດຢູ່ນະຄອນຫຼວງ Vienna ໄດ້ເພີ່ມທະວີກຳລັງຄວບຄຸມເພື່ອຮັບປະກັນຄວາມໝັ້ນຄົງໃນໂອກາດວັນບຸນ ຄຼິດສະມາດ.

        ຫ້ອງການໄອຍະການ ວຽນ ໃຫ້ຮູ້ວ່າ ບັນດາຜູ້ຖືກສົງໄສ “ໄດ້ປຶກສາຫາລືກ່ຽວກັບແຜນການບຸກໂຈມຕີຢູ່ Vienna, Cologne ແລະ Madrid” ແຕ່ບໍ່ມີການນາບຂູ່ໃນທັນທີກ່ຽວກັບການບຸກໂຈມຕີຢູ່ Vienna. ຕຳຫຼວດ ໂອຕາລິດ ໄດ້ເພີ່ມທະວີການກວດກາ ແລະ ລາດຕະເວນ, ພິເສດແມ່ນຢູ່ອ້ອມແອ້ມໂບດ, ເຫດການທາງສາສະໜາ ແລະ ຕະຫຼາດນັດ ຄຼິດສະມາດຢູ່ນະຄອນຫຼວງ Vienna, ຍ້ອນຄວາມວິຕົກກັງວົນດ້ານຄວາມໝັ້ນຄົງທີ່ນັບມື້ນັບເພີ່ມຂຶ້ນ ໃນສະພາບການທີ່ມີຫຼາຍຄຳຮຽກຮ້ອງບຸກໂຈມຕີກໍ່ການຮ້າຍແນໃສ່ບັນດາເຫດການທາງສາສະໜາຄຼິດໃນທົ່ວເອີຣົບ.


ຕອບກັບ

ຂ່າວ/ບົດ​ອື່ນ