ໂອຕາລິດ ປະກາດວັນເວລາສ້າງຕັ້ງລັດຖະບານໃໝ່

(VOVWORLD) -  ທ່ານປະທານາທິບໍດີ ໂອຕາລິດ Alexander Van der Bellen ຈະມອບໜ້າທີ່ສ້າງຕັ້ງລັດຖະບານໃໝ່ໃນວັນທີ 07 ຕຸລາ ຈະມາເຖິງໃຫ້ທ່ານ Sabastian Kurz, ປະທານພັກປະຊາຊົນ ໂອຕາລິດ (OVP).
ໂອຕາລິດ ປະກາດວັນເວລາສ້າງຕັ້ງລັດຖະບານໃໝ່ - ảnh 1  ທ່ານປະທານາທິບໍດີ ໂອຕາລິດ (ພາບ:AFP/TTXVN)

 ນີ້ແມ່ນຖະແຫຼງການໂດຍຫ້ອງວ່າການປະທານາທິບໍດີ ໂອຕາລິດ ຍົກອອກມາໃນວັນທີ 04 ຕຸລາ.

        ຖະແຫຼງການຊີ້ແຈ້ງວ່າ: ທ່ານປະທານາທິບໍດີ Alexander Van der Bellen ຈະມີການພົບປະກັບທ່ານ Sabastian Kurz  ປະທານພັກ OVP ໃນວັນທີ 07 ຕຸລາ. ພາຍຫລັງການເຮັດວຽກ, ທ່ານປະທານາທິບໍດີ ຈະມອບໜ້າທີ່ໃຫ້ທ່ານ Sabastian Kurz ສ້າງຕັ້ງລັດຖະບານໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ