ໂອ້ລົມສົນທະນາ “ສັງກາດດີຈີຕອນ”: ກາລະໂອກາດ ແລະ ສິ່ງທ້າທາຍສຳລັບຊາວໜຸ່ມໃນໄລຍະເຊື່ອມໂຍງເຂົ້າກັບສາກົນ

(VOVWORLD) -ການໂອ້ລົມສົນທະນາເພື່ອແນໃສ່ຊ່ວຍໃຫ້ນັກຮຽນ, ນັກສຶກສາແຂວງເຫງ້ອານໄດ້ມີຄວາມຮູ້ ແລະ ບັນດາທັກສະເພິ່ມເຕີມ ເພື່ອສາມາດປັບຕົວ ແລະເຊື່ອມຕົວເຂົ້າກັບບັນດາການປ່ຽນແປງຢ່າງວອງໄວຂອງໂລກຕໍ່ໜ້າການປະຕິວັດອຸດສາຫະກຳ 4.0.

ໂອ້ລົມສົນທະນາ “ສັງກາດດີຈີຕອນ”:  ກາລະໂອກາດ ແລະ ສິ່ງທ້າທາຍສຳລັບຊາວໜຸ່ມໃນໄລຍະເຊື່ອມໂຍງເຂົ້າກັບສາກົນ - ảnh 1ບັນຍາກາດຂອງການໂອ້ລົມສົນທະນາ

(ພາບ: Ba Chuyen/TTXVN)

ຕອນເຊົ້າວັນທີ 15 ເມສາ, ຢູ່ນະຄອນວິງ, ແຂວງເຫງ້ອານຂອງຫວຽດນາມ, ມະຫາວິທະຍາໄລວິງໄດ້ສົມທົບກັບຄະນະເລຂາ APEC, ກະຊວງການຕ່າງປະເທດໄດ້ຈັດຕັ້ງລາຍການໂອ້ລົມສົນທະນາ ພາຍໃຕ້ຫົວຂໍ້ “ສັງກາດດີຈີຕອນ: ກາລະໂອກາດ ແລະ ສິ່ງທ້າທາຍສຳລັບຊາວໜຸ່ມໃນໄລຍະເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ”. ການໂອ້ລົມສົນທະນາເພື່ອແນໃສ່ຊ່ວຍໃຫ້ນັກຮຽນ, ນັກສຶກສາແຂວງເຫງ້ອານໄດ້ມີຄວາມຮູ້ ແລະ ບັນດາທັກສະເພິ່ມເຕີມ ເພື່ອສາມາດປັບຕົວ ແລະເຊື່ອມຕົວເຂົ້າກັບບັນດາການປ່ຽນແປງຢ່າງວອງໄວຂອງໂລກຕໍ່ໜ້າການປະຕິວັດອຸດສາຫະກຳ 4.0.  ເຂົ້າຮ່ວມການໂອ້ລົມສົນທະນາຄັ້ງນີ້ ມີການເຂົ້າຮ່ວມຂອງ ທ່ານນາງ ຫງວຽນຫງວຽດງາ ທີ່ປຶກສາຂັ້ນສູງກະຊວງການຕ່າງປະເທດຫວຽດນາມ; ທ່ານນາງ ຟ້າມຈີລານ ຜູ້ຊ່ຽວຊານດ້ານເສດຖະກິດ, ອະດີດເລຂາທິການໃຫຍ່ ແລະ ຮອງຫົວໜ້າຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI); ທ່ານ ຟ້າມແອັງດຶກ ຜູ້ສ້າງຕັ້ງ ແລະບໍລິຫານປະຕູຖານຂໍ້ມູນໃຫ້ຄຳປຶກສາໃຫ້ແກ່ປະຊາຊົນ (Vicare.vn) ພ້ອມດ້ວຍນັກຮຽນ, ນັກສຶກສາແຂວງເຫງ້ອານ 700 ຄົນ ກໍໄດ້ເຂົ້າຮ່ວມ.

                ທີ່ການໂອ້ລົມສົນທະນາ, ນັກຮຽນນັກສຶກສາແຂວງເຫງ້ອານຈຳນວນຫຼວງຫຼາຍໄດ້ຮັບຟັງການບັນລະຍາຍ, ວິເຄາະວິໄຈຈາກບັນດາຜູ້ຊ່ຽວຊານ ກ່ຽວກັບກາລະໂອກາດ ແລະ ສິ່ງທ້າທາຍສຳລັບຊາວໜຸ່ມໃນໄລຍະເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ; ຊີ້ແຈ້ງໃຫ້ໄວໜຸ່ມລຸ້ນປັດຈຸບັນຮູ້ວ່າ ຕົນເອງຕ້ອງເຮັດຫຍັງ ຈຶ່ງກຳໄດ້ບັນດາກາລະໂອກາດ ແລະ ປະເຊີນໜ້າກັບບັນດາສິ່ງທ້າທາຍນັ້ນ; ກະກຽມຄວາມຮູ້ ແລະ ບັນດາທັກສາໃໝ່ ທີ່ຊາວໜຸ່ມຄວນກະກຽມ ເພື່ອກ້າວເຂົ້າສູ່ໄລຍະເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ ແລະ ສັງກາດດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ