ໂອ້ລົມສົນທະນາກັບນັກທຸລະກິດຊາວຫວຽດນາມອາໄສຢູ່ກຳປູເຈຍ

ໂອ້ລົມສົນທະນາກັບນັກທຸລະກິດຊາວຫວຽດນາມອາໄສຢູ່ກຳປູເຈຍ - ảnh 1
(ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ກຳປູ​ເຈຍ ​ແທກ​ຢື)

(vovworld) – ​ ​ ທີ່​ການ​ໂອ້​ລົມ​ສົນທະນາ​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 29/9, ​ໂດຍ​ສະຖານທູດ ຫວຽດນາມ ປະຈຳ ກຳປູ​ເຈຍ ສົມທົບ​ກັບ​ສະມາຄົມ​ນັກທຸລະກິດ​ຊາວ​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ສະມາຄົມ​ບັນດາ​ນັກ​ລົງທຶນ ຫວຽດນາມ ຢູ່ ກຳ​ປູ​ເຈຍ (AVIC) ຈັດ​ຕັ້ງ, ຜູ້ຕາງໜ້າ​ບັນດາ​ນັກ​ທຸລະ​ກິດຊາວ​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໄດ້​ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ໃຫ້ ລັດຖະບານ ຫວຽດນາມ, ​ໂດຍ​ຜ່ານ​ບັນດາ​ອົງການ​ສຳນັກງານຕາງ​ໜ້າ​ປະຈຳ​ຕ່າງປະ​ເທດ, ​ເຮັດ​ວຽກ​ກັບ​ລັດຖະບານ ​ແລະ ​ອຳນາດ​ການ​ປົກຄອງຂັ້ນ​ຕ່າງໆ​ຂອງ ກຳປູ​ເຈຍ ​ເພື່ອ​ໃຫ້​ວິ​ສາ​ຫະກິດ ຫວຽດນາມ ສືບ​ຕໍ່​ໄດ້​ຮັບ​ຄວາມ​ສົນ​ໃຈ, ສ້າງ​ເງື່ອນ​ໄຂ​ສະດວກ​ໃນ​ວິວັດ​ການ​ດຳ​ເນີນ​ທຸລະ​ກິດ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມືດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ 2 ປະ​ເທດ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ກຳປູ​ເຈຍ ​ແທກ​ຢື ຖື​ວ່າ: ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ ຫວຽດນາມ - ກຳປູ​ເຈຍ ຍັງ​ໃຫຍ່​ຫລວງຢູ່ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ ຫວຽດນາມ ​ແມ່ນ​ກຳລັງ​ແກ່ນສານ​ປະຕິບັດ ​ແລະ ຊຸກຍູ້​ການ​ເຊື່ອມ​ຕໍ່​ເສດຖະກິດ​ນັບ​ມື້​ນັບ​ມີ​ປະສິດ​ທິຜົນ ​ແລະ ຍືນ​ຍົງ. ທ່ານ​ເອກ​ອັກຄະ​ລັດຖະທູດ ສະ​ເໜີ​ປະຊາ​ຄົມ​ວິ​ສາ​ຫະກິດ ຫວຽດນາມ ຕ້ອງ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່ຫລາຍ​ກ່ວາ​ອີກ; ສະມາຄົມ​ນັກທຸລະກິດ​ຊາວ ຫວຽດນາມ ອາ​ໄສ​ຢູ່​ ກຳປູ​ເຈຍ ​ເສີມ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ, ​ໃຫ້​ຄຳ​ປຶກສາ ​ແລະ ສະໜອງ​ຂໍ້​ມູນ​ຂ່າວ​ສານໃຫ້​ບັນດາ​ສະມາຊິກ​ສະມາຄົມກ່ຽວ​ກັບບັນດາ​ນະ​ໂຍບາຍ ​ແລະ ຂໍ້​ກຳນົດ​ໃໝ່​ຂອງ​ລັດຖະບານ ກຳປູ​ເຈຍ ​ແລະ ຫວຽດນາມ

ຂ່າວ/ບົດ​ອື່ນ