ໂອ້ລົມສົນທະນາກ່ຽວກັບກົດໝາຍວ່າດ້ວຍການດຳເນີນທຸລະກິດໃໝ່ໃຫ້ແກ່ຊາວຫວຽດນາມຢູ່ເຊັກໂກ

ໂອ້ລົມສົນທະນາກ່ຽວກັບກົດໝາຍວ່າດ້ວຍການດຳເນີນທຸລະກິດໃໝ່ໃຫ້ແກ່ຊາວຫວຽດນາມຢູ່ເຊັກໂກ - ảnh 1
(ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ການ​
ດຳ​ເນີນ​ທຸລະ​ກິດ​ໃໝ່​ໃຫ້​ແກ່​ຊາວຫວຽດນາມ​ຢູ່​ເຊັກ​ໂກ)

(vovworld) - ວັນ​ທີ 10/05, ປະຊາ​ຄົມ​ນັກ​ທຸລະ​ກິດ​ຊາວ ຫວຽດນາມ ​​ໄດ້ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນທະນາ​ທີ່​ຈັດ​ຕັ້ງ​ຢູ່​ແຂວງ Ustecky ຂອງ ສ.​ເຊັກ​ໂກ ​ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃນ​ກົດໝາຍ​​ໃໝ່​ຂອງ ​ເຊັກ​ໂກ ​ແລະ ຫລີກ​ລ້ຽງຄວາ​ມສ່ຽງທີ່​ບໍ່​ຄວນ​ມີ​ໃນ​ການ​ດຳ​ເນີນ​ທຸລະ​ກິດ. ການ​ໂອ້​ລົມ​ສົນທະນາ​ໂດຍ​ສະມາຄົມ​ຊາວ ຫວຽດນາມ ​ແຂວງ Ustecky ສົມທົບ​ກັບ​ຫ້ອງການ​ໜູນ​ຊ່ວຍ​ການ​ເຊື່ອມ​ໂຍງ​ໃຫ້​ຊາວ​ຕ່າງປະ​ເທດ ​ແລະ ຂະ​ແໜງພາສີ​ທ້ອງ​ຖິ່ນ​ຈັດ​ຕັ້ງ. ​ເພື່ອ​ແກ້​ໄຂ​ບັນດາ​ສິ່ງ​ຕິດ​ຂັດກ່ຽວ​ກັບ​ກົດໝາຍ​ທີ່​ກ່ຽວຂ້ອງ​ເຖິງ​ການ​ດຳ​ເນີນ​ທຸລະ​ກິດ, ສະມາຄົມ​ຊາວ ຫວຽດນາມ ຢູ່​ແຂວງ Ustecky ພວມ​ຕັ້ງໜ້າ​ສົມທົບ​ກັນ​ກັບ​ບັນດາ​ອົງການ​ສຳນັກງານ​ທ້ອງ​ຖິ່ນ, ​ໃນ​ນັ້ນ ມີ​ສູນໜູນ​ຊ່ວຍການ​ເຊື່ອມ​​ໂຍງ​​ໃຫ້​ຊາວ​​ຕ່າງປະ​ເທດ ​ແລະ ຂະ​ແໜງພາສີ. ທ່ານ ຟາ​ມດັງ​ແອ​ງ ຮອງ​ປະທານ​ສະ​ມາ​ຄົມ ຫວຽດນາມ ​ແຂວງ Ustecky ຖື​ວ່າ: ນອກຈາກ​ການ​ໜູນ​ຊ່ວຍ​ດັ່ງກ່າວ​, ຜູ້​ທີ່​ດຳ​ເນີນ​ທຸລະ​ກິດ​ຍັງ​ຄວນ​ຊອກ​ຮູ້​ກົດໝາຍ ​ແລະ ຊອກ​ຫາ​ວິທີ​ຮັບ​ມື​​ໄວກັບ​ບັນດາ​ການ​ປ່ຽນ​ແປງ​ ​ເພື່ອ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຍາມ​ນານ​ໝັ້ນຄົງ​ຕາມ​ກົດໝາຍ ​ເຊັກ​ໂກ.

ຂ່າວ/ບົດ​ອື່ນ