ໂອ້ລົມສົນທະນາກ່ຽວກັບປ້ອງກັນຊາດປ້ອງກັນຄວາມສະຫງົບໃນບັນດາຮ່າງກົດໝາຍ

ໂອ້ລົມສົນທະນາກ່ຽວກັບປ້ອງກັນຊາດປ້ອງກັນຄວາມສະຫງົບໃນບັນດາຮ່າງກົດໝາຍ - ảnh 1
ຫົວໜ້າກຳມາ​ທິການ​ປ້ອງ​ກັນຊາ​ດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ
ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນກິມຄວາ (ພາບ: NH)

(vovworld) - ວັນ​ທີ 13/8, ຢູ່​ແຂວງ ນິງບິ່ງ, ກຳມາ​ທິການ​ປ້ອງ​ກັນຊາ​ດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ, ສະພາ​ແຫ່ງ​ຊາດ ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ປະມວນ​ກົດໝາ​ຍອາຍາ (ສະບັບ​ປັບປຸງ), ກົດໝາຍ​ວ່າ​ດ້ວຍ​ການ​ຈັບ​ຕົວ, ການ​ກັກ​ຂັງ​ຊົ່ວ​ຄາວ, ກົດໝາຍ​ວ່າ​ດ້ວຍ​ການ​ລົງ​ປະຊາ​ມະຕິ ​ແລະ ກົດໝາຍ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ສື່ສານ. ບັນດາ​ຜູ້​ແທນ, ນັກ​ຊ່ຽວຊານ​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ສ່ວນ​ຫລາຍ ສະ​ແດງ​ຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ​ສູງ ຕໍ່​ຄວາມ​ຈຳ​ເປັນ​ຕ້ອງ ​ເຮັດ​ແຈ້ງ​ບາງ​ມາດຕາ​ໃນປະມວນ​ກົດໝາ​ຍ​ອາຍາ (ສະບັບ​ປັບປຸງ). ບັນດາ​ຜູ້​ແທນ ຖື​ວ່າ: ​ເລື່ອງຈຳກັດ​ຄະດີ​ປະຫານ​ຊີວິດ​ໃນ​ປະມວນ​ກົດ​ໝາຍນັ້ນ​ແມ່ນ​ສະ​ແດງ​ໃຫ້​ເຫັນລັກສະນະ​ມະນຸດສະທຳ, ​ເໝາະ​ສົມ​ກັບ​ທ່າ​ອ່ຽງກ້າວໜ້າ​ຂອງ​​ມວນມະນຸດ​​ໃນປະຈຸ​ບັນ. ​​ແຕ່​ເມື່ອຈຳກັດ​ຄະດີ​ປະຫານ​ຊີວິດ​​ໃນ​ສະພາບ​ຄວາມ​ປອດ​​ໄພ​ ການ​ເມືອງ​ໃນ​ປະຈຸ​ບັນ ​ແມ່ນຕ້ອງ ຄິດ​ໄລ່​ເຖິງ​ໂທດຈຳນວນ​ໜຶ່ງ ​ເພື່ອ​​ຜົນ​ປະ​ໂຫຍ​ດຂອງ​ຜູ້​ຖືກ​ເຄາະ​ຮ້າຍ.


ຂ່າວ/ບົດ​ອື່ນ